ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າຢ້ຽມ ຂອງຄະນະດ່ານສູນລະກາກອນ ຈັງຫວັດບຶງການ

ໃນວັນທີ 9 ກຸມພາ 2023 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງ ທ່ານ ອຸໄທ ດວງສູງເນີນ ນາຍດ່ານສູນລະກາກອນ ຈັງຫວັດບຶງການ ຣາຊາອານາຈັກໄທ ພ້ອມຄະນະ ໃນໂອກາດທີ່ມາຢ້ຽມຢາມເຮັດວຽກ ຢູ່ແຂວງບໍໍລິຄຳໄຊ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ລາຍງານຫຍໍ້ບັນດາວຽກງານທີ່ພົ້ນເດັ່ນຂອງແຂວງ ເປັນຕົ້ນແມ່ນສະພາບລວມຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມ, ທ່າແຮງບົ່ມຊ້ອນຂອງແຂວງ, ວິໄສທັດດ້ານການພັດທະນາໃນຕໍ່ໜ້າ ແລະ ວຽກງານອື່ນໆ.

ພ້ອມນັ້ນ ຍັງໄດ້ມີການແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນຫຼາຍວຽກງານ ເປັນຕົ້ນແມ່ນ ຍົກລະດັບຄົມມະນາຄົມຂົນສົ່ງ, ເພີ່ມການປະສານສົມທົບກັນ ໃນການສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງປະເທດ, ການນໍາໃຊ້ທ່າແຮງຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມ, ການສ້າງຍຸດທະສາດ ເພື່ອສ້າງບັນຍາກາດໃໝ່ ທາງດ້ານການພັດທະນາເສດຖະກິດ ເພື່ອໃຫ້ເກີດປະໂຫຍດສູງສຸດທັງສອງຝ່າຍ.

About admins14