ເຂື່ອນໄຟຟ້ານໍ້າງຽບ 1 ມອບເງິນ 15 ລ້ານກີບ ຊຸກຍູ້ການກໍ່ສ້າງທາງເບຕົ່ງ ເທດສະບານເມືອງບໍລິຄັນ

ໃນຕອນເຊົ້າຂອງວັນທີ່ 16 ກັນຍາ 2021 ຢູ່ຫ້ອງວ່າການເມືອງບໍລິຄັນ ແຂວງບໍລິຄໍາໄຊ ບໍລິສັດເຂື່ອນໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ນໍາເງິນ 15 ລ້ານກີບ ມາມອບໃຫ້ອົງການປົກຄອງເມືອງ ເພື່ອປະກອບສ່ວນສົມທົບທຶນ ເຂົ້າໃນການສ້າງທາງເບຕົ່ງຂອງເມືອງ.

ກ່າວມອບໂດຍ ທ່ານ ນາງ ຄໍາຫຼ້າ ພົນສະຫວັດ ຮອງຜູ້ອຳນວຍການບໍລິສັດເຂື່ອນໄຟຟ້ານໍ້າງຽບ 1, ໃຫ້ກຽດຮັບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ພ້ອມດ້ວຍຄະນະນໍາຂອງເມືອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານເຈົ້າເມືອງ ໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດດັ່ງກ່າວ ທີ່ໄດ້ສະຫຼະທືນຂອງຕົນເອງ ປະກອບສ່ວນເຂົ້າໃນການສ້າງທາງເບຕົ່ງພາຍໃນເມືອງ ແລະ ຫວັງຢ່າງຍິ່ງວ່າ ໂອກາດໜ້າຍັງຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.

ສໍາລັບການກໍ່ສ້າງເສັ້ນທາງເບຕົ່ງເທດສະບານ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແມ່ນເປັນທືນສົມທົບຂອງປະຊາຊົນ 3 ບ້ານ, ປະກອບມີ: ບ້ານນາແຫນ, ບ້ານວັດທາດ ແລະ ໂພນມຸງຄຸນ ເຊິ່ງມີຄວາມຍາວ 1,600 ແມ້ດ, ກວ້າງ 6 ແມ້ດ ໃນນັ້ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນພຶດສະພາ 2021 ມາຮອດປະຈຸບັນສາມາດສ້າງສໍາເລັດແລ້ວ 85 %.

About admin11