ຮອງລັດຖະມົນຕີກະຊວງຍຸຕິທຳ ເຄື່ອນໄຫວຊຸກຍູ້ວຽກງານ ຍຸຕິທໍາຮາກຖານຢູ່ແຂວງບໍລິຄໍາໄຊ

ໃນວັນທີ 28 ສິງຫາ 2023 ພະແນກຍຸຕິທໍາແຂວງບໍລິຄໍາໄຊ ໄດ້ຕ້ອນຮັບທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ໃຫ້ກຽດຕ້ອນຮັບໂດຍທ່ານນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ພ້ອມດ້ວຍທ່ານ ຄໍາເສີດ ວິລະພັນພະນັກງານລົງກໍ່ສ້າງຮາກຖານຈາກກະຊວງຍຸຕິທຳປະຈຳຢູ່ແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ.

ໃນການລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີ ກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານ ແຕ່ລະດ້ານ ຈາກພະແນກຍຸຕິທໍາແຂວງເປັນຕົ້ນ ວຽກງານການເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານການສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍ, ວຽກງານສ້າງບຸກຄະລາກອນທາງດ້ານກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ, ວຽກງານທະບຽນສານ, ວຽກງານສ້າງ ແລະ ປັບປຸງນິຕິກໍາ, ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານຍຸຕິທໍາເດັກ. ນອກນັ້ນຍັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານຂອງ ຫົວໜ້າພະແນກຍຸຕິທໍາແຂວງ ໃນການຈັດປະຕິບັດວຽກງານຍຸຕິທໍາ ໃນໄລຍະຜ່ານມາ ແລະ ຂໍ້ສະເໜີບາງວຽກງານທີ່ຈະຕ້ອງໄດ້ແກ້ໄຂ ແລະ ປັບປຸງໃນຕໍ່ໜ້າ ໃນໂອກາດນີ້ ຄະນະທີ່ລົງຕິດຕາມເຄື່ອນໄຫວຊຸກຍູ້ວຽກງານຍຸຕິທຳຮາກຖານຈາກກະຊວງຍຸຕິທຳ ກໍໄດ້ຂຶ້ນມີຄຳເຫັນ ແນະນຳບາງວຽກງານ ທີ່ກ່ຽວຂ້ອງກັບໜ້າວຽກຂອງຕົນໃຫ້ຜູ້ເຂົ້າຮ່ວມຮັບຟັງອີກດ້ວຍ.

ຕອນທ້າຍຂອງກອງປະຊຸມ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກຍຸຕິທໍາ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ທ່ານກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳຂອງພະແນກຍຸຕິທຳເອົາໃຈສຸ່ມໃສ່ 7 ໜ້າທີ່ວຽກງານ ເປັນຕົ້ນ ວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍ, ວຽກງານສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍ, ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານຍຸຕິທຳເດັກ, ວຽກງານສ້າງບຸກຄະລາກອນກົດໝາຍ, ວຽກງານສ້າງ ແລະ ປັບປຸງນິຕິກຳ ແລະ ວຽກງານປະຕິບັດຄຳຕັດສີນຂອງສານ. ນອກນັ້ນ ທ່ານຍັງໄດ້ເນັ້ນໃຫ້ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ໃຫ້ກວ້າງຂວາງ ແລະ ເລີກເຊິ່ງ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງເຂັ້ມງວດ, ສືບຕໍ່ໂຄສະນາສະນາເຜີຍແຜ່ກົດໝາຍຢ່າເປັນປົກກະຕິ, ພະຍາຍາມກະກຽມຈັດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ກັບນາຍບ້ານ ແລະ ພະນັກງານຫຼັກແຫຼ່ງ ຢູ່ເມືອງ, ແຂວງໃຫ້ສຳເລັດຕາມເປົ້າໝາຍ, ໃນໂອກາດທີ່ທ່ານລົງເຄື່ອນໄຫວໃນຄັ້ງນີ້ ທ່ານຍັງໄດ້ລົງພົບປະຢ້ຽມຢາມ ແລະ ໂອ້ລົມພະນັກງານຫ້ອງການຍຸຕິທໍາ ເມືອງປາກຊັນອີກດ້ວຍ.

About admins16