ອົງຄະນະພັກເມືອງໄຊຈຳພອນ ສະຫຼຸບຕີລາຄາການນຳພາ – ຊີ້ນຳ ກາງສະໄໝ

ໃນຕອນເຊົ້າຂອງວັນທີ 2 ພະຈິກ 2022 ຢູ່ສະໂມສອນ ຫ້ອງວ່າການເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກເມືອງໄຊຈໍາພອນກາງສະໄໝ 2020 – 2022 ແລະ ແຜນການ 2 ປີເຄີ່ງ 2023 – 2024 ພາຍໃຕ້ການເປັນປະທານຂອງສະຫາຍ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ສສຂ ປະຈຳເມືອງໄຊຈຳພອນ, ກໍາມະການພັກເມືອງ, ປກຊ – ປກສ, ກອງຮ້ອຍ 257, ຫົວໜ້າຫ້ອງການ, ຕະຫຼອດຮອດເລຂາໜ່ວຍພັກ – ນາຍບ້ານ 17 ບ້ານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານເອກະສານ ຮ່າງບົດສະຫຼຸບຕີລາຄາການນຳພາ – ຊີ້ນຳຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ກາງສະໄໝ ແລະ ທິດທາງແຜນການສຶບຕໍ່ຮອດທ້າຍສະໄໝຂອງເມືອງ, ຮ່າງບົດສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ 2 ປີເຄີ່ງ, ຄັ້ງທີ II 2020 – 2022 ແລະ ແຜນການ 2 ປີເຄີ່ງ 2023 – 2024.

ສະຫາຍ ໂກ່ ໄຊສົມບັດ ກ່າວວ່າ: ຕະຫຼອດໃນໄລຍະເຄິ່ງສະໄໝຜ່ານມາ ເມືອງຂອງພວກເຮົາໄດ້ປະເຊີນກັບສິ່ງທ້າທ້າຍຫຼາຍປະການ ໂດຍສະເພາະແມ່ນ: ການລະບາດຂອງພະຍາດໂຄວິດ – 19, ການປ່ຽນແປງທາງທຳມະຊາດ ແລະ ພວກອິດທິກຳລັງປໍລະປັກ ໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ – ລັດຂອງພວກເຮົາ, ປະກົດການຫຍໍ້ທໍ້ຕ່າງໆຍັງເກີດຂຶ້ນ, ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກຕໍ່ການນຳພາ – ຊີ້ນຳ ແລະ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຈຳນວນບໍ່ໜ້ອຍ, ແຕ່ຍ້ອນຄວາມເອົາໃຈໃສ່ຂອງຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນຳພາ, ການຈັດຕັ້ງຜັນຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 3 ຂອງອົງຄະນະພັກເມືອງຢ່າງເລິກເຊິ່ງ, ເຮັດໃຫ້ທົ່ວເມືອງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພຶ້ນຖານ ແລະ ມີຜົນສຳເລັດໃນແຕ່ລະດ້ານ ຄື: ດ້ານຂົງເຂດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ: ຄະນະພັກຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຮອບດ້ານ, ສຳເລັດການປະກາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 1 ບ້ານ ຄື: ບ້ານໂພນງາມ, ໄດ້ຈັດຕັ້ງເຊື່ອມຊຶມ, ຝຶກອົບຮົມປະຈຳແຕ່ລະປີ ແລະ ຝຶກແອບການເມືອງ – ການທະຫານພາລາທິການໄດ້ 5 ຄັ້ງ ມີ 450 ສະຫາຍ.

ເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ຈໍານວນ 10 ບ້ານ ແລະ ສໍາເລັດການປັບປຸງສຳມະໂນຄົວທົ່ວເມືອງ, ການພັດທະນາເສດຖະກິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ສຸມໃສ່ກໍ່ສ້າງພື້ນຖານໂຄ່ງລ່າງທີ່ຈຳເປັນ, ຮັບປະກັນການຜະລິດສະບຽງອາຫານໃຫ້ພຽງພໍກັບການບໍລິໂພກ, ປະຕິບັດບັນດາໂຄງການບູລິມະສິດຕາມແຜນການ,  ຄອບຄົວທຸກຍາກຍັງເຫຼືອ 719 ຄອບຄົວເທົ່າກັບ 39,2% ແລະ ຈັດເກັບລາຍຮັບເຂົ້າງົບປະມານໄດ້ 2,005 ຕື້ກີບ ເທົ່າກັບ 59,40% ຂອງແຜນ 5 ປີ, ໄດ້ເອົາໃຈໃສ່ຍົກລະດັບຄຸ້ມຄອງວິຊາການ, ຕິດຕາມການຮຽນການສອນຂອງຄູ – ນັກຮຽນ ໂດຍຢຶດໝັ້ນທັດສະນະຖືຄົນເປັນປັດໄຈຕັດສິນ ແລະ ເປັນເປົ້າໝາຍບູລິມະສິດຂອງການພັດທະນາ, ຂະຫຍາຍຕາໜ່າງໄປເຖີງທຸກບ້ານ ເຮັດໃຫ້ລູກຫຼານປະຊາຊົນບັນດາເຜົ່າໄດ້ເຂົ້າເຖີງການສຶກສາ, ຂະຫຍາຍຕາໜ່າງສາທາລະນະສຸກລົງສູ່ຮາກຖານບ້ານໄດ້ຢ່າງທົ່ວເຖິງ, ທົ່ວເມືອງມີໂຮງໝໍຊຸມຊົນທັງໝົດ 1 ແຫ່ງ ແລະ ໂຮງໝໍນ້ອຍມີ 3 ແຫ່ງ, ໄດ້ຂະຫຍາຍລະບົບໂທລະໂຄ່ງລົງສູ່ບ້ານໄດ້ຈຳນວນ 17 ບ້ານ, ໄດ້ສ້າງຄອບຄົວຄົວວັດທະນະທຳໄດ້ 1,313 ຄອບຄົວ.

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 3 ວັນ ( ເລີ່ມແຕ່ວັນທີ 2 – 4 ພະຈິກ2022 ) ຈຶ່ງຈະສຳເລັດລົງ.

About admins16