ສຳເລັດກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານແຂວງ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງບໍລິຄຳໄຊ ຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ດຳລົງ ທັບລາດ ປະທານສະພັນກຳມະບານແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານລາວ, ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ, ມີຜູ້ແທນສົມບູນ 148 ສະຫາຍ, ຍິງ 25 ສະຫາຍ,  ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້​ຮັບ​ຟັງ​ລາຍ​ງານ​ການ​ເມືອງທັງ​ສອງ​ພາກ ​ເຊິ່ງສະ​ເໜີ​ໂດຍ  ສະຫາຍ ດຳລົງ ທັບລາດ ໂດຍ​ໄດ້​ຕີ​ລາຄາ​ເຖິງ​ຜົນງານ ​ແລະ​ ໄຊຊະນະ​ ຂອງການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງ ຄັ້ງທີ VI ພ້ອມນີ້ ຍັງໄດ້ເປັນເອກະສັນກັນຮັບຮອງເອົາເນື້ອໃນສຳຄັນ ໃນໄລຍະຜ່ານມາ ແລະ ໃນ 5 ປີຕໍ່ໜ້າ ຄື: ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນສະຫະພັນກຳມະບານແຂວງ ຄັ້ງທີ VI,  ທິດທາງແຜນການ ແລະ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ແຕ່ປີ 2020-2025 ຄື: ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໃນທົ່ວແຂວງ ມີສະຕິຕື່ນຕົວທາງຊົນຊັ້ນ, ເປັນຊົນຊັ້ນກຳມະກອນຜູ້ດີເດັ່ນກ້າວໜ້າ, ມີລະບຽບວິໄນເຂັ້ມງວດ, ຮູ້ຮັກອາຊີບການອອກແຮງງານ, ມີຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືແຂວງບໍລິຄຳໄຊໃຫ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສຸມໃສ່ປັບປຸງ ແລະ ຂະຫຍາຍການຈັດຕັ້ງກຳມະບານທຸກຂັ້ນ, ທຸກຂະແໜງການທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ, ສູ້ຊົນຂະຫຍາຍສະມາຊິກກຳມະບານໃນທຸກຂົງເຂດສະເລ່ຍໃຫ້ໄດ້ຢ່າງໜ້ອຍ 25% ທຽບໃສ່ຈຳນວນສະມາຊິກກຳມະບານໃນປີ 2020, ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ເປັນຕົ້ນແມ່ນການປົກປ້ອງແຮງງານໃນ ແລະ ນອກລະບົບ, ການສ້າງສັນຍາແຮງງານລວມໝູ່, ຄວາມປອດໄພແຮງງານ ແລະ ການປະຕິບັດຄ່າແຮງງານຂັ້ນຕໍ່າ, ເອົາໃຈໃສ່ສ້າງຂະບວນການແຂ່ງຂັນ  5 ເປັນເຈົ້າ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສະຫະພັນກຳມະບານລາວ, ສຸມໃສ່ຂະຫຍາຍກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ລົງສູ່ປະຊາຊົນຊາວຜູ້ອອກແຮງງານໃຫ້ຫຼາຍຂຶ້ນກ່ວາເກົ່າ.

 ກອງປະຊຸມໄດ້ຟັງລາຍງານ ແລະ ການປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ເຊີ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນເຖີງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ແຜນພັດທະນາວຽກງານກຳມະບານ ການລາຍງານ ແລະ ປະກອບຄຳເຫັນ ສ່ວນຫຼາຍ ໄດ້ລົງເລິກລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ເຂົ້າໃນຂົງເຂດວຽກງານຂອງຕົນ, ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.

ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານແຂວງບໍລິຄໍາໄຊ ສະໄໝທີ່ VII ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້ ແລະ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ດຳລົງ ທັບລາດ ເປັນປະທານສະຫະພັນກຳມະບານແຂວງບໍລິຄໍາໄຊ ສະໄໝທີ VII, ສະຫາຍ ສີສົມພອນ ອິນທະວົງ ເປັນຮອງ, ສະຫາຍນາງ ພູເວີນ ສີຫາລາດ ເປັນຮອງ ທັງເປັນປະທານກວດກາ ແລະ ສະຫາຍນາງ ແຫວນຄຳ ເພຍແກ້ວ ເປັນຮອງປະທານກວດກາ.

About admins16