ສະຫະພັນແມ່ຍິງແຂວງບໍລິຄຳໄຊ ຈັດຝຶກອົບຮົມ ວຽກງານສະເໝີພາບຍິງ – ຊາຍ ໃນການພັດທະນາບ້ານ

ໃນລະຫວ່າງວັນທີ 23-25 ກຸມພາ 2022 ສະຫະພັນແມ່ຍິງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການປູກຈິດສຳນຶກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ບົດບາດໃນວຽກງານພັດທະນາບ້ານ ຢູ່ທີ່ຫ້ອງປະຊຸມເມືອງວຽງທອງ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວພັນ ອິນທຳມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ສົມສັກ ບຸນຍາວົງ ທີ່ປຶກສາດ້ານການຕິດຕາມ, ກວດກາ ແລະ ສ້າງຄວາມເຂັ້ມແຂງ ຂອງແຜນງານພັດທະນາທ້ອງຖີ່ນແຂວງບໍລິຄຳໄຊ ລາວ/030, ມີບັນດາຄະນະປະທານສະຫະພັນແມ່ຍິງເມືອງ, ຄະນະປະທານສະຫະພັນແມ່ຍິງບ້ານ ແລະ ຄະນະບ້ານ ເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງຂັ້ນບ້ານ ແລະ ສະຫະພັນແມ່ຍິງບ້ານ ໃນການນຳພາວຽກງານພັດທະນາບ້ານ ໃຫ້ມີຄວາມຮູ້ ຄວາມສາມາດ ໃນການຈັດຕັ້ງເຄື່ອນໄຫວວຽກງານ, ເຂົ້າໃຈຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ສັງຄົມ, ເພື່ອປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍໃຫ້ກາຍເປັນຮູບປະທໍາເທື່ອລະກ້າວ.

ຊຸດອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບທຶນສະໜັບສະໜູນຈາກລັດຖະບານລາຣຊະອານາຈັກລຸກຊຳບວກ.

ໃນກອງປະຊຸມຝຶກອົບຮົມ ຍັງໄດ້ຮັບຟັງການມີຄໍາເຫັນຊີ້ນໍາຂອງທ່ານ ບົວພັນ ອິນທຳມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ວ່າ: ການຝຶກອົບຮົມໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສໍາຄັນທີ່ຈະສ້າງຄວາມຮັບຮູ້ ເຂົ້າໃຈ ໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ສ້າງຄວາມເຂັ້ມແຂງໃຫ້ຄະນະພັດທະນາ ແລະ ສະຫະພັນແມ່ຍິງບ້ານທາງດ້ານແບບແຜນວິທີນຳພາ ແລະ ວິທີເຮັດວຽກ, ພ້ອມທັງຮຽກຮ້ອງມາຍັງຄະນະພັກບ້ານ ແລະ ສະຫະພັນແມ່ຍິງບ້ານ ຈົ່ງພ້ອມກັນຄົ້ນຄວ້າມີຄໍາເຫັນແລກປ່ຽນ ແລະ ຖອດຖອນບົດຮຽນຢ່າງເລິກເຊິ່ງເພື່ອຈະນຳເອົາຄວາມຮູ້ດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃນການຄຸ້ມຄອງ ແລະ ພັດທະນາແມ່ຍິງ ແລະ ບ້ານໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ.

About admins16