ສະຫະພັນແມຍິງແຂວງ ມອບໂທລະໂຄ່ງ ໃຫ້ສະຫະພັນແມ່ຍິງເມືອງປາກກະດິງ ແລະ ປາກຊັນ

ໃນວັນທີ 23 ມິຖຸນາ 2023 ສະຫະພັນແມຍິງແຂວງບໍລິຄໍາໄຊ ໄດ້ມອບໂທລະໂຄ່ງຈໍານວນ 6 ຊຸດ ແລະ ລໍາໂພງຈໍານວນ 6 ໜ່ວຍ ລວມມູນຄ່າ 58.000.000 ກີບ ໃຫ້ສະຫະພັນແມ່ຍິງເມືອງ ປາກກະດິງ ແລະ ສະຫະພັນແມ່ຍິງເມືອງປາກຊັນ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການ ໂກໂບຟັນ ( The Global Fund ) ໃຫ້ກຽດມອບໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ພັກ-ພະນັກງານ ເພື່ອມອບໃຫ້ບ້ານເປົ້າໝາຍໂຄງການ ນໍາໃຊ້ເຂົ້າໃນການໂຄສະນາປູກຈິດສຳນຶກໃຫ້ປະຊາຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານການປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19 ແລະ ການໃຫ້ຄວາມຮູ້ກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງໃຫ້ແມ່ຍິງ ແລະ ເດັກນ້ອຍ, ເຊິ່ງມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງເຂົ້າຮ່ວມເປັນສັກຂີພິຍານ.

About admins14