ວາງສີລາລຶກ ສ້າງຫໍຫຼັກເມືອງຂອງແຂວງບໍລິຄຳໄຊ

          ໃນວັນທີ່ 9 ກັນຍາ 2023 ນີ້ ກົງກັບມື້ແຮມ 9 ຄ່ຳ ເດືອນ 9 ພສ 2566 ເຊີ່ງເປັນມື້ງາມຍາມດີ ແຂວງບໍລິຄຳໄຊ ໄດ້ຈັດພິທີ ວາງສີລາລຶກ ແລະ ຕັ້ງເສົາເອກ ສ້າງຫໍຫຼັກເມືອງຂອງແຂວງບໍລິຄຳໄຊຂື້ນຢ່າງເປັນທາງການ ຢູ່ທີ່ສວນສາທາລະນະ ທ່ານສີສົມພອນ ລໍວັນໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການຳຂອງແຂວງ ແລະ ຝ່າຍສົງມີພຣະອາຈານ ຄຳປັນ ອິນທະວົງ ປະທານອົງການພຸດທະສາສະໜາສຳພັນລາວ ປະຈຳແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ມີເຈົ້າເມືອງ, ຜູ້ຊົງຄຸນວຸດທິ ແລະ  ອຳນາດການປົກຄອງບ້ານໃນເທດສະບານເມືອງປາກຊັນເຂົ້າຮ່ວມ.

             ການຫ້າງຫາກະກຽມ ສ້າງຫໍຫຼັກເມືອງນີ້ ຜ່ານມາແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລືຕໍ່ວຽກງານການກະກຽມສ້າງຫໍຫລັກເມືອງຂອງແຂວງ ທັງໝົດ 4 ຄັ້ງ ໂດຍມີ ປະທານ ອພສ ແຂວງ, ອພສ ເມືອງ, ເຈົ້າແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງ, ຫົວໜ້າພະແນກການ, ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ, ອໍານາດການປົກຄອງບ້ານ, ນາຍບ້ານໃນເຂດເທດສະບານເມືອງປາກຊັນ, ຄັ້ງສຸດທ້າຍແມ່ນ ຄັ້ງວັນທີ 4 ກັນຍາ 2023 ໄດ້ກຳນົດເອົາຮູບແບບຂອງຫໍຫຼັກເມືອງ, ສະຖານທີ່ຕັ້ງແມ່ນເຫັນດີເປັນເອກະພາບ ແລະ ໄດ້ກໍານົດເອົາຢູ່ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ເຊີ່ງເປັນຈຸດໃຈກາງຂອງຕົວເມືອງປາກຊັນ ແລະ ເປັນບ່ອນທີເຫັນວ່າມີຄວາມເໝາະສົມຫຼາຍ   ຍ້ອນວ່າ: ສະຖານທີດັ່ງກ່າວ ມີຄວາມສັກສິດທາງປະຫວັດສາດ ແລະ ວັດທະນະທໍາ ເພາະວ່າໃນສະຖານທີ່ດຽວກັນ ມີຮູບປັ້ນຫຼໍ່ທ່ານ ສີສົມພອນ ລໍວັນໄຊ, ຫໍຫຼັກເມືອງ, ຫໍສະໝຸດ-ຫໍວາງສະແດງມູນເຊື້ອຂອງແຂວງບໍລິຄຳໄຊ, ຕໍ່ມາໃນຕອນເຊົ້າຂອງວັນທີ່ 6 ກັນຍາ 2023  ການນຳຂອງແຂວງ ເຊີ່ງນຳພາໂດຍເຈົ້າແຂວງບໍລິຄຳໄຊ ໄດ້ຈັດພີທີສ່ຽງຊອກເອົາຈຸດທີ່ຕັ້ງຂອງຫໍຫລັກເມືອງ  ເຊີ່ງເລືອກເອົາບ່ອນທີ່ສິລິມຸງຄຸນ, ບ່ອນທີ່ເໝາະສົມທາງດ້ານການທ່ອງທ່ຽວ, ໂດດເດັ່ນ, ສວຍງາມ ແລະ ເປັນເອກະລັກສະເພາະ.

         ເພື່ອສືບຕໍ່ການປະຕິບັດກິດຈະກຳດັ່ງກ່າວໃຫ້ມັນຕໍ່ເນືອງ ແລະ ເປັນຮູບປະທຳ ມາໃນວັນທີ 9 ກັນຍາ 2023 ໄດ້ມີພິທີວາງສີລາລຶກຢ່າງເປັນທາງການ ເຊີ່ງໄດ້ເລີ່ມຈາກພິທີທາງສາສະໜາ ຕາມຮີດຄອງປະເພນີ ດ້ວຍການສູນໄຊຍັນໂຕພະສົງ 9 ອົງ, ຈາກນັ້ນກໍ່ແມ່ນພິທີຍົກເສົາເອກ ແລະ ພິທີວາງສີລາລຶກສ້າງຫໍຫລັກເມືອງຂອງແຂວງ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍານບົ່ງບອກວ່າການສ້າງຫໍຫລັກເມືອງຂອງແຂວງແມ່ນໄດ້ເລີມລົງມືສ້າງນັບແຕ່ມື້ນີ້ເປັນຕົ້ນໄປ.

            ດ້ານແນວຄິດລີ່ເລີ່ມຂອງການສ້າງຫໍຫຼັກເມືອງຂອງແຂວງ, ການນຳຂອງແຂວງໄດ້ເຫັນຄວາມສຳຄັນວ່າ: ນັບແຕ່ມື້ສ້າງຕັ້ງແຂວງບໍລິຄໍາໄຊ ແຕ່ປີ 1984 ເປັນຕົ້ນມາຈົນມາຮອດປະຈຸບັນ ເຫັນວ່າແຂວງບໍລິຄໍາໄຊ ຍັງບໍ່ທັນມີຫໍຫລັກເມືອງ ເພື່ອເປັນການຢັ້ງຢືນໃຫ້ເຫັນເຖີງຫລັກຖານຂອງການສ້າງຕັ້ງບ້ານ-ເມືອງ ໃນໄລຍະຜ່ານມາ, ຍ້ອນແນວນັ້ນຄະນະບໍລິຫານງານພັກແຂວງ ສະໃໝທີ VII ຊື່ງນໍາພາໂດຍ ທ່ານເຈົ້າແຂວງໆ ເຫັນໄດ້ຄວາມໝາຍສໍາຄັນຂອງວຽກງານດັ່ງກ່າວ, ຈື່ງໄດ້ມີແນວຄິດລິເລີ້ມ ແລະ ນໍາພາ-ຊີ້ນໍາໂດຍກົງ ຕໍ່ວຽກງານການຫ້າງຫາກະກຽມສ້າງຫໍຫລັກເມືອງຂອງແຂວງບໍລິຄໍາໄຊ ໂດຍເນັ້ນໃສ່ຮູບແບບການກໍ່ສ້າງຖືກຕາມຮີດຄອງປະເພນີ, ທັງໃຫ້ມີຄວາມໂດດເດັ່ນ, ສະຫງ່າງາມ ແລະ ຖືກຕາມເອກກະລັກສະເພາະຂອງແຂວງບໍລິຄໍາໄຊ, ເປັນສະຖາປັດຕະຍະກໍາມີເອກະລັກສະເພາະຂອງແຂວງ ຊື່ງອອກແບບຈາກກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ,​ ມີຂະໜາດກວ້າງ 6 ຄູນ6 ແມັດ, ສູງ 17,9 ແມັດ ແລະ ຈະໃຊ້ງົບປະມານໃນການກໍ່ສ້າງ ປະມານ 2,500 ລ້ານກວ່າກີບ, ມີການປະດັບຕົບແຕ່ງດ້ວຍລວດລາຍດອກດວງສິລະປະລາວເດີມ ທີມີຄວາມອອນຊ້ອຍປານີດ ແລະ ວິຈິດງົດງາມ, ໃນອານາຄົດຂ້າງໜ້າຈະໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາອີກນື່ງແຫ່ງທີ່ມີຊື່ສຽງ ເພື່ອດຶງດູດເອົານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຊົມນັບມື້ນັບຫຼາຍຂື້ນ ແລະ ທັງເປັນການກະກຽມກິດຈະກໍາຮອງຮັບແກ່ການເປີດປີທ່ອງທ່ຽວລາວ, ທ່ອງທ່ຽວແຂວງບໍລິຄໍາໄຊໃນ ປີ 2024

          ການສ້າງຫໍຫລັກເມືອງນີ້ ເພື່ອສ້າງເປັນບ່ອນໃຫ້ມວນຊົນຊາວແຂວງບໍລິຄໍາໄຊ ແລະ ຕ່າງແຂວງ, ແຂກທີ່ມາຢ້ຽມຢາມທັງພາຍໃນ ແລະ ຕ່າງປະເທດ ໄດ້ມີບ່ອນມາສັກກະລະບູຊາ-ກາບໄຫວ້ ແລະ ຂໍພອນສີ່ງສັກສິດ ຕາມຄວາມມຸ້ງມາປາດຖະໜາຂອງຕົນ ແລະ ເປັນສະຖານທີ່ສັກສິດ, ເປັນສູນລວມຍຶດໜ່ຽວທາງຈິດໃຈ, ເປັນມີ່ງຂວັນຂອງປວງຊົນຊາວແຂວງບໍລິຄໍາໄຊ, ເພື່ອຄວາມໝັ້ນຄົງຖາວອນ ແລະ ຄວາມຢູ່ເຢັນເປັນສຸກຂອງບ້ານເມືອງ, ເປັນສະຖານທີ່​ ສະແດງໃຫ້ເຫັນເຖີງພະລັງອັນແຮງກ້າຂອງຄວາມສາມັກຄີເປັນຈິດນື່ງໃຈດຽວກັນ, ເປັນພະລັງແຮງອັນມະຫາສານລວມຍອດແຫ່ງຄວາມມຸງມາດປາດຖະໜາຂອງທູກຊັ້ນຄົນ  ແລະ ເປັນພະລັງແຫ່ງນໍ້າ້ໃຈອັນປະເສີດເລີດລໍ້າ, ຄວາມເຫຼື້ອມໃສສັດທາຂອງປວງຊົນລາວທຸກທົ່ວໜ້າ.

                ພິເສດແມ່ນເປັນການຫ້າງຫາກະກຽມດ້ານກິດຈະກຳ ແລະ ຂະບວນການໃນດ້ານຕ່າງໆ ເພື່ອຂໍານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ  ຄົບຮອບ 40 ປີ ທີ່ຈະໝູນວຽນມາຄົບຮອບໃນມໍ່ໆນີ້ ຄື: ວັນທີ 06 ມີນາ 2024 ໃຫ້ມີຄວາມໝາຍສໍາຄັນຢ່າງເລິກເຊີ່ງ ແລະ ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ.

ຜູ້ຮັບເໝົາໃນການກໍ່ສ້າງຫໍຫຼັກເມືອງນີ້ ໂດຍແມ່ນບໍລິສັດ ສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄຳໄຊ ຄາດວ່າຈະໃຫ້ສຳເລັດ ໃນທ້າຍເດືອນກຸມພາ ປີ2024.

About admin11