ພິທີຝັງອັດຖິອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນັກຮົບວິລະຊົນ ທີ່ແສນເຄົາລົບຮັກ

ພິທີຝັງອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 23 ພຶດສະພາ 2023 ຢູ່ສຸສານເນິ່ມເມືອງເຮືອງເຊີນ ແຂວງຮ່າຕິ້ງ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍສະຫາຍ ຫວໍ ຈ້ອງ ຫາຍ ຮອງເລຂາພັກແຂວງ ປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງຮ່າຕິ້ງ , ການນໍາແຂວງບໍລິຄໍາໄຊ ສປປ ລາວ ເຂົ້າຮ່ວມໂດຍ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ພ້ອມຄະນະ ແລະ ການນໍານະຄອນຫຼວງວຽງຈັນເຂົ້າຮ່ວມໂດຍ ສະຫາຍ ພົ.ວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ພ້ອມຄະນະ ມີບັນດາການນຳຂອງແຂວງຮ່າຕິ້ງ,ພະແນກການ, ເມືອງ, ແຂກທີ່ມີກຽດ ແລະ ຄະນະປະຕິບັດງານພິເສດລາວ-ຫວຽດນາມ ເຂົ້າຮ່ວມ.

ສະຫາຍ ຫງວຽນຮົ່ງຫຼິງ ຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງຮ່າຕິ້ງໄດ້ຂຶ້ນລາຍງານກ່ຽວກັບວຽກງານ ເຄື່ອນໄຫວເກັບກໍາຂໍ້ມູນ, ຊອກຫາ ແລະ ຂຸດຄົ້ນອັດຖທະຫານອາສາສະໝັກແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ປະຈໍາລະດູແລ້ງ 2022-2023 ເຫັນວ່າສາມາດຂຸດຄົ້ນອັດຖິໄດ້10 ອັດຖິ ໃນນັ້ນແຂວງບໍລິຄຳໄຊ ໄດ້ 9 ອັດຖິ ແລະ ນະຄອນຫຼວງວຽງຈັນ 1 ອັດຖິ.

ຈາກນັ້ນ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ໄດ້ຕາງໜ້າໃຫ້ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ສປປ ລາວ ກ່າວປາໃສໃນພິທີດັ່ງກ່າວ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຄຸນງາມຄວາມດີ ແລະ ວິລະກໍາອັນລໍ້າເລີດຂອງບັນດາສະຫາຍທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ໄດ້ຮ່ວມກັບກອງທັບ ແລະ ປະຊາຊົນລາວຕໍ່ສູ້ຢ່າງພິລະອາດຫານ, ຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອພາລະກິດປົດປ່ອຍປະເທດຊາດ ປາຊະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວ.ນີ້ສະແດງໃຫ້ເຫັນໃຫ້ເຫັນເຖິງສາຍພົວພັນອັນດູດດື່ມຫວ່າງສອງຊາດ, ປະຊາຊົນສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ, ຄວາມສາມັກຄີແບບພິເສດ ແລະ ພົວພັນຮ່ວມມືຮອບດ້ານ ທີ່ຍາມໄດ້ກໍ່ມີການພົວພັນຮ່ວມມື, ຊ່ວຍເຫຼືອກັນ ຢ່າງສະໜິດແໜນຍາກທີ່ຈະຕັດຂາດອອກຈາກກັນໄດ້.

ຈາກນັ້ນແຕ່ລະຄະນະ ຍັງໄດ້ເຂົ້າວາງພວງມາລາໄຫ້ວອາໄລ ແລະ ຈູດທູບບູຊາຈາລຶກບຸນຄຸນ, ຄຸນງາມຄວາມດີວິລະກໍາອັນລໍ້າເລີດ ຂອງບັນດາສະຫາຍນັກຮົບວິລະຊົນ,ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ເພື່ອພາລະກິດປົດປ່ອຍຊາດອັນຫຍິ່ງໃຫຍ່ ແລະ ໄດ້ມີພິທີນໍາສົ່ງອັດຖິດ ເຂົ້າສູ່ຫຼຸມຝັງອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມຢູ່ສຸສານເນິ່ມເມືອງເຮືອງເຊີນ ແຂວງຮ່າຕິ້ງ ສສ ຫວຽດນາມ ຢ່າງສົມກຽດ.

About admins16