ຝຶກອົບຮົມການທົດລອງນຳໃຊ້ຄູ່ມືການມີສ່ວນຮ່ວມຂອງຜູ້ຊາຍ ໃນການຕ້ານການໃຊ້ຄວາມຮຸນແຮງ ຢູ່ຊຸມຊົນ

ໃນລະຫວ່າງວັນທີ 14 – 16 ມີນາ 2023 ຢູ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ ຈັດຝຶກອົບຮົມການທົດລອງນຳໃຊ້ຄູ່ມືການມີສ່ວນຮ່ວມຂອງຜູ້ຊາຍ ໃນການຕ້ານການໃຊ້ຄວາມຮຸນແຮງ ຢູ່ຊຸມຊົນ ຈັດຂຶ້ນໂດຍສູນກາງສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ UNFPA, ໃຫ້ກຽດເປັນປະທານ ທ່ານ ນາງ ຄໍາປິວ ສີສົມບັດ ປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ນາງ ວັນນາລີ ອິນພະພົມ ຮອງຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ມີຕາງໜ້າອົງການ UNFPA, ສະຫະພັນແມ່ຍິງແຂວງ, ສະຫະພັນແມ່ຍິງເມືອງ ແລະ 3 ບ້ານ ເປົ້າໝາຍ ຄື: ບ້ານທົ່ງນ້ອຍ, ບ້ານໂພສີ ແລະ ບ້ານອານຸສອນໄຊ ເຂົ້າຮ່ວມ.

ຈຸດປະສົງ ເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ແຜນພັດທະນາແມ່ຍິງລາວ, ແຜນດຳເນີນງານ ວ່າດ້ວຍການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃຫ້ເປັນຮູບປະທຳ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບບົດບາດຍີງ-ຊາຍ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ສຸຂະພາບຈະເລີນພັນ.

About admins14