ຜູ້ອຳນວຍການໂຮງແຮມໂຊກບຸນມາ ຊຸກຍູ້ເຄືອງກິລາໃຫ້ພະແນກ ຖວທ ແຂວງ

ໃນວັນທີ 27 ກັນຍາ 2023 ທ່ານ ບຸນຫີນ ວົງວິໄຊ ປະທານສະມາຄົມການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ-ລີສອດ ຂັ້ນແຂວງ ຜູ້ອຳນວຍການໂຮງແຮມໂຊກບຸນມາ ໄດ້ນຳເຄື່ອງກິລາ ຈຳນວນ 30 ຊຸດ ລວມມູນຄ່າ 3 ລ້ານກີບ ມາມອບໃຫ້ພະແນກ ຖວທ ແຂວງ ໃຫ້ກຽດຮັບໂດຍ ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ມີຄະນະພະແນກ ຖວທ ແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງຂອງການມອບເຄື່ອງໃນຄັ້ງນີ້ ກໍ່ເພື່ອເປັນການປະກອນສ່ວນຊຸກຍູສົ່ງເສີມ ການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ-ຂອງພັກ ທີ່ໃກ້ຈະມາເຖິງນີ້ ເປັນຕົ້ນແມ່ນວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າວັນເກີດຂອງ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ວັນສຳຄັນອື່ນໆ.

ໃນໂອກາດດັ່ງກ່າວ ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ທ່ານ ບຸນຫີນ ວົງວິໄຊ ປະທານສະມາຄົມການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ-ລີສອດ ຂັ້ນແຂວງ ຜູ້ອຳນວຍການໂຮງແຮມໂຊກບຸນມາ ທີ່ໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້.

About admins14