ປະທານແນວລາວສ້າງຊາດ ພົບປະຊາຊົນບ້ານວັງບານ ເມືອງໄຊຈຳພອນ

ໃນຕອນເຊົ້າຂອງວັນທີ 17 ທັນວາ 2021 ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມຄະນະ ສົມທົບກັບການນຳຂອງເມືອງໄຊຈຳພອນ ລົງພົບປະໂອ້ລົມ ປະຊາຊົນ ບ້ານວັງບານ.

ທ່ານ ນາງ ວຽງ ເລຂາພັກບ້ານ, ນາຍບ້ານວັງບານ ໄດ້ລາຍງານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ ຂໍ້ຂັດແຍ່ງ ລະຫວ່າງການກຳນົດຂອບເຂດດິນທ່ອງທ່ຽວ ທີ່ຈະນຳໄປພັດທະນາເປັນແຫຼ່ງທ່ອງທ່ຽວບໍ່ນ້ຳອຸ່ນໃນຕໍ່ໜ້າ, ພ້ອມນັ້ນ ອຳນາດການປົກຄອງບ້ານແຕ່ລະຂັ້ນ ກໍ່ໄດ້ພັດປ່ຽນກັນ ສະເໜີຕໍ່ ສສຂ ປະຈຳເຂດເລືອກຕັ້ງເມືອງໄຊຈຳພອນ ແລະ ທີມງານແຂວງເພື່ອຂໍທິດຊີ້ນຳ ມານຳໃຊ້ປັບປຸ່ງຊີວິດການເປັນຢູ່ຂອງບ້ານໃຫ້ມີການພັດທະນາ ແລະ ມີອາຊີບທີດີຂື້ນເປັນກ້າວໆ.

ຈາກນັ້ນ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ໄດ້ໂອ້ລົມ ເຊິ່ງກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍບ້ານ ທີ່ມີຄວາມເຂັ້ມແຂງ, ມີຄວາມສາມັກຄີ, ເພື່ອເຮັດໃຫ້ປະຊາຊົນໄດ້ເຂົ້າໃຈຢ່າງເລິກເຊີ່ງ ທ່ານ ໄດ້ຍົກໃຫ້ເຫັນກ່ຽວກັບການພັດທະນາແຫຼ່ງທ່ອງທ່ຽວຕ່າງໆ ຈາກບັນດາເມືອງໃກ້ຄຽງ ເວົ້າເຖິງຈຸດດີຂອງການສ້າງເປັນແຫຼ່ງທ່ອງທ່ຽວ, ລາຍຮັບ, ລາຍໄດ້, ຜົນຕອບແທນ ພ້ອມທັງອະທິບາຍ ຄຳວ່າ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ ເພື່ອໃຫ້ການຈັດຕັ້ງບ້ານນຳໄປຜັນຂະຫຍາຍໃຫ້ເກີດຜົນໃນຕໍ່ໜ້າ.

ຕອນບາ່ຍຂອງວັນດຽວກັນ ທ່ານບຸນຄຳ ໄຊເຍຍລໍວື່ ກໍ່ໄດ້ພົບປະກັບຄະນະກຳມະການແນວລາວສ້າງຊາດເມືອງ ເຊີ່ງ ທ່ານ ບຸນພອນ ເລີດບຸດດີ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2021 ເຊີ່ງແນວລາວສ້າງຊາດເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວໄດ້ຮັບຮູ້ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ, ຂໍ້ກຳນົດຕ່າງໆຂອງຂັ້ນເທິງ, ລົງເກັບກຳສະຖິຕິຊົນເຜົ່າ, ສາສະໜາ ໄດ້ 10 ບ້ານ, ສ້າງບ້ານສາມັກຄີປອງດອງ ໄດ້ 2 ບ້ານຄື ບ້ານໂພນງາມ ແລະ ບ້ານສົບຄີ ສຶບຕໍ່ປະຕິບັດປະເມີນຄອບຄົວສາມັກຄີປອງດອງ ແຕ່ລະເຜົ່າໃຫ້ຢຶດໝັ້ນສາສະໜາ ທີ່ເຄີຍເຄົາລົບນັບຖື ແຕ່ດັ່ງເດີມມາ ເພື່ອໃຫ້ເຂົາເຈົ້າໄດ້ອານຸລັກ ຮີດຄອງປະເພນີອັນດີງາມນັ້ນໄວ້ ໂດຍສະເພາະແມ່ນຮີດ12 ຮອງ14 ຕອນທ້າຍກອງປະຊຸມ ຍັງໄດ້ມອບອຸປະກອນ ເຄື່ອງໃຊ້ຫ້ອງການ ໃຫ້ກັບຫ້ອງການແນວລາວສ້າງຊາດເມືອງໄຊຈຳພອນ.

 

About admin11