ປະຊາຊົນບ້ານຄໍາມ່ວນສຸມໃສ່ການບົວລະບັດເຂົ້ານາປີ

ທ່ານ ບົວວັນ ປາໝ່ອນມະນີ ນາຍບ້ານຄໍາມ່ວນ ເມືອງຄຳເກີດ ໃຫ້ສໍາພາດຕໍ່ນັກຂ່າວ ວ່າ: ບ້ານຄໍາມ່ວນ ແມ່ນບ້ານໜຶ່ງ ທີ່ນອນຢູ່ໃນກຸ່ມພັດທະນາຄໍາມ່ວນ ມີ 141 ຫຼັງຄາເຮືອນ 151 ຄອບຄົວ ມີພົນລະເມືອງທັງໝົດ 725 ຄົນ ຍິງ 323 ຄົນ, ປະຊາຊົນພາຍໃນບ້ານ ສ່ວນຫຼາຍປະກອບອາຊີບປູກຝັງ – ລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນສໍາຮອງ.

ປະຈຸບັນ ປະຊາຊົນພາຍໃນບ້ານ ກໍາລັງບົວລະບັດເຂົ້ານາປີ ທີ່ກໍາລັງຖອກຮວງ ແລະ ສວນມັນຕົ້ນ, ໝົດບ້ານມີເນື້ອທີ່ທໍາການຜະລິດທັງໝົດ 300 ກວ່າເຮັກຕ່າ, ໃນນັ້ນ ມີເນື້ອທີ່ນາປີທັງໝົດ 223 ເຮັກຕ່າ ສະມັດຕະພາບເຂົ້າໄດ້ 3 ໂຕ່ນ/ເຮັກຕ່າ, ເນື້ອທີ່ນາແຊງມີ 11 ເຮັກຕ່າ ສະມັດຕະພາບໃນການຜະລິດໄດ້ 2,5 ໂຕ່ນ/ເຮັກຕ່າ, ມີເນື້ອທີ່ສວນທັງໝົດ 100 ກວ່າເຮັກຕ່າ ໃນນັ້ນ ສ່ວນຫຼາຍແມ່ນປູກມັນຕົ້ນໃນເນື້ອທີ່ 150 ເຮັກຕ່າ ສະມັດຕະພາບໄດ້ 12 ໂຕ່ນ/ເຮັກຕ່າ, ນອກນັ້ນ ໄດ້ປູກຜັກສວນຄົວຕື່ມອີກ ເຊັ່ນ: ຜັກກາດ, ໝາກແຕງ, ໝາກຖົ່ວ, ສະລັດ, ຫອມບົ່ວ ແລະ ພືດລົ້ມລຸກ ເພື່ອສົ່ງຂາຍເປັນສິນຄ້າ ແລະ ຊົມໃຊ້ໃນຄົວເຮືອນ.

ປະຊາຊົນບ້ານຄໍາມ່ວນນອກຈາກການປູກຝັງແລ້ວ ຍັງໄດ້ລ້ຽງສັດຕື່ມອີກ ເຊັ່ນ: ຄວາຍ 43 ໂຕ, ງົວ 250 ໂຕ, ແບ້ 50 ໂຕ, ໝູ 310 ໂຕ ແລະ ສັດປີກ 1 ພັນກວ່າໂຕ, ໜອງປາ 6 ໜອງ, ໃນ 1 ປີ ປະຊາຊົນສາມາດຂາຍຜົນຜະລິດ ແລະ ສັດລ້ຽງສະເລ່ຍໃສ່ຫົວຄົນໄດ້ 3 ລ້ານກວ່າກີບ/ຄົນ/ປີ.

About admins14