ປກສ ເມືອງບໍລິຄັນ ມອບລົດຈັກ ຄືນເຈົ້າຈອງເດີມ

 

ວັນທີ່ 01 ມີນາ 2021 ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ໄດ້ນຳເອົາລົດຈັກ ເວບ 100 ສີຂຽວຫົວເປັດ ບໍ່ມີປ້າຍທະບຽນ, ທີ່ເກັບກູ້ມາໄດ້ຈາກຄະດີລັກຊັບພົນລະເມືອງ ມາມອບຄືນໃຫ້ເຈົ້າຂອງເດີມ ກ່າວມອບໂດຍ ທ່ານ ຮ້ອຍໂທ ແກ່ນຈັນ ອັກຄະວົງ ຮອງໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງບໍລິຄັນ ກ່າວຮັບໂດຍ ທ່ານ ຄຳປານ ຫອມສົມບັດ ບ້ານ ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.

ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເວລາປະມານ 12 ໂມງ ກາງຄືນ, ຂອງວັນທີ 08 ກຸມພາ 2021 ຢູ່ເຮືອນຂອງ ທ່ານ ຄຳປານ ຫອມສົມບັດ, ປະຊາຊົນ ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ໄດ້ມີຄົນຮ້າຍມາງັດເຮືອນ, ພາຍຫຼັງໄດ້ຮັບການແຈ້ງຄວາມຈາກຜູ້ຖືກເສຍຫາຍແລ້ວ ເຈົ້າໜ້າທີ່ວິຊາສະເພາະ ກໍ່ໄດ້ລົງກວດກາ ແລະ ສະກັດກັ້ນຕາມຈຸດເສັ້ນທາງຕ່າງໆ ເພື່ອເກັບກຳຂໍ້ມູນ ແລະ ຂື້ນບັນຊີເປົ້າໝາຍ, ຕົກມາຮອດ ວັນທີ 14 ກຸມພາ 2021 ຈຶ່ງພົບເຫັນລົດຈັກຄັນດັ່ງກ່າວ ທີ່ ທ້າວ ຈັນຊົງ ອາຍຸ 16 ປີ, ປະຊາຊົນ ບ້ານນາລ້ອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຂັບຂີ່ອອກມາຈາກຕະຫຼາດ ບ້ານຜາເມືອງ ພ້ອມໝູ່ 01 ຄົນ, ເຈົ້າໜ້າທີ່ຈື່ງກັກຕົວທ້າວ ຈັນຊົ່ງ ຢູ່ທີ່ເສັ້ນທາງເລກທີ່ 4 B ຈຸດກວດກາລົດ ປ້ອມຕີນພູແດນເມືອງ, ນໍາມາທໍາການສຶບສວນ-ສອບສວນ.

ຜູ້ກ່ຽວໄດ້ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 06 ກຸມພາ 2021 ຕົນໄດ້ມາຮ່ວມງານລ້ຽງ ຢູ່ໂຮງຮຽນມັດທະຍົມຕົ້ນ ບ້ານນາລ້ອງ ແລະ ໄດ້ຮູ້ຈັກກັບ ທ້າວ ກ ( ນາມສົມມຸດ ) ປະຊາຊົນ ບ້ານ ວັງໄຮ ເມືອງ ທ່າໂທມ ແຂວງ ໄຊສົມບູນ, ຕົກມາວັນທີ 12 ກຸມພາ 2021 ທ້າວ ກ ( ນາມສົມມຸດ ) ໄດ້ນໍາເອົາລົດຈັກ ເວບຮ້ອຍສີຂຽວຫົວເປັດມາຫາ ທ້າວ ຈັນຊົ່ງ ຢູ່ບ້ານ ນາລ້ອງ ເພື່ອມາເກັບຮັກສາໄວ້ໃຫ້ ໂດຍທີ່ບໍ່ຮູ້ວ່າລົດຈັກຄັນດັ່ງກ່າວເອົາມາຈາກໃສ, ຈາກນັ້ນ ມາໃນວັນທີ 14 ກຸມພາ 2021 ຕົນເອງ ແລະ ທ້າວ ກ ( ນາມສົມມຸດ ) ໄດ້ຂັບລົດຈັກຄັນດັ່ງກ່າວໄປຫຼີ້ນບູນກິນຈຽງຢູ່ເດີນໂຮງຮຽນປະຖົມ ຜາສິງ ແລ້ວຈື່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ໃນໂອກາດດັ່ງກ່າວ ທາງເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຍົກສູງສະຕິໃນການປົກປັກຮັກສາຄຸ້ມຄອງພາຫະນະ, ຊັບສີນຂອງຕົນ ເປັນຕົ້ນແມ່ນເວລາຈອດລົດໄວ້ສະຖານທີ່ຕ່າງໆ ຕ້ອງໃສ່ກະແຈ, ລ໋ອກຄໍ ເພື່ອຄວາມປອດໄພ ທັງນີ້ ກໍ່ເພື່ອເປັນການປ້ອງກັນກຸ່ມຄົນບໍ່ດີທີ່ສວຍໃຊ້ໂອກາດກໍ່ເຫດລັກຊັບໄປໄດ້ ແລະ ຈົ່ງຊ່ວຍກັນເປັນຫູເປັນຕາຕໍ່ເຈົ້າໜ້າທີ່ ເພື່ອຕ້ານສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

About admin11