ປກສ ເມືອງທ່າພະບາດ ມ້າງຄະດີຄ້າ ຂ າຍ ຢາເສບຕິດ ສາມາດກັກຕົວຜູ້ຖືກຫາໄດ້ 03 ຄົນ

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 08 ສິງຫາ 2022 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າ ຈະມີການເຄື່ອນໄຫວ ຄ້າ – ຂາຍຢາເສບຕິດ ຢູ່ເຂດບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ຈື່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງຕິດຕາມແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງ ແລະ ພົບເຫັນເປົ້າໝາຍກໍາລັງເຄື່ອນໄຫວຄ້າ – ຂາຍຢາເສບຕິດ, ເຈົ້າໜ້າທີ່ຈື່ງໄດ້ສະແດງຕົວເຂົ້າຈັບກຸມເປົ້າໝາຍໄດ້ 02 ຄົນ ຄື: ນາງ ພອນພັນ ພິມມະສອນ ອາຍຸ 39 ປີ ອາຊີບ ເຮັດນາ ຢູ່ບ້ານທ່າບົກ ເມືອງທ່າພະບາດ ແລະ ນາງ ຕ້າ ວິນາວົງ ອາຍຸ 30 ປີ ອາຊີບ ເຮັດນາ ປະຈຸບັນຢູ່ບ້ານ ແກ້ງສະດອກ ເມືອງປາກຊັນ ແຂວງບໍລິຄໍາໄຊ ພ້ອມຂອງກາງ ຢາບ້າ 655 ເມັດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ – ສອບສວນ ທັງ 02 ຄົນ ໄດ້ຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ຊື້ມາຈາກ ນາງ ບຸນຖະໜອມ ລາຊາຈັກ ບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ຕົກມາຮອດເວລາ 11 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈື່ງສາມາດກັກຕົວ ນາງ ບຸນຖະໜອມ ລາຊາຈັກ ອາຍຸ 45 ປີ ອາຊີບເຮັດນາ ຢູ່ບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ພ້ອມຂອງກາງຢາບ້າ 386 ເມັດ ມາດໍາເນີນຄະດີ.

ເຈົ້າໜ້າທີ່ ໄດ້ສະຫລຸບວ່າ: ການກະທໍາຂອງທັງ 3 ຄົນ ແມ່ນມີເຈດຕະນາເຄື່ອນໄຫວພົວພັນຄ້າຂາຍຢາເສບຕິດປະເພດຢາບ້າ ຢ່າງແທ້ຈິງ, ເຊີ່ງສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ການກະທຳຂອງພວກກ່ຽວທັງ 03 ຄົນ ແມ່ນຜິດໃນສະຖານຄ້າ – ຂາຍຢາເສບຕິດປະເພດຢາບ້າ ມາດຕາ 315 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ເຫັນຄວນດໍາເນີນຄະດີຕາມລະບຽບກົດໝາຍ.

About admins16