ບໍລິສັດໄຟຟ້ານ້ຳເທີນ 2 ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງບໍລິຄຳໄຊ ມູນຄ່າ 100 ລ້ານກີບ

ເພື່ອປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົບກະໄພ ໃນວັນທີ 21 ສິງຫາ 2023 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ມາກ ອ່ອງຕວນ ຣຸບ ຜູ້ອຳນວຍການໃຫຍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ນຳເຂົ້າສານ ມູນຄ່າ 100 ລ້ານກີບ ມາມອບໃຫ້ແຂວງບໍລິຄໍາໄຊ ຕາງໜ້າໃຫ້ການນໍາແຂວງຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໂດຍມີການນໍາຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໄດ້ລາຍງານໂດຍຫຍໍ້ວ່າ 4 ເມືອງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກອຸທົບກະໄພ, ພື້ນທີ່ກະສິກໍາ ໄດ້ຮັບຄວາມເສຍຫາຍຫຼາຍກວ່າ 6 ພັນກວ່າເຮັກຕາ, ສັດລ້ຽງ 2.700 ກວ່າໂຕ ແລະ ເສັ້ນທາງຄົມມະນາຄົມ ໄດ້ຮັບຄວາມເສຍຫາຍ ໂດຍສະເພາະແມ່ນເສັນທາງ ເລກ 8 A ທີ່ໄດ້ຮັບເສຍຫາຍຫຼາຍກວ່າໝູ່.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ຢັ້ງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍ ໃຫ້ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ໃຫ້ກຽດມອບໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ຮັບໂດຍ ທ່ານ ມາກ ອ່ອງຕວນ ຣຸບ ຜູ້ອຳນວຍການໃຫຍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ.
ຂ່າວ ສີປະເສີດ ພາບຢູ່ຊອງ H ເດືອນ 8

About admins14