ບໍລິຄໍາໄຊ ສອບເສັງຈົບຊັ້ນມັດທະຍົມຕອນປາຍບຳລຸງ ( ມ.7 ) ສົກຮຽນ 2022-2023

ພິທີສອບເສັງຈົບຊັ້ນມັດທະຍົມຕອນປາຍລະບົບບຳລຸງ (ມ.7) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 4 ກໍລະກົດ 2023 ຢູ່ສູນການສຶກສານອກໂຮງຮຽນເມືອງປາກກະດິງ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ມະນີຄອນຄໍາ ສູນດາລາ ຕາງໜ້າກົມການສຶກສານອກໂຮງຮຽນ, ທ່ານ ສຸພັດ ໄວຍະພັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ, ມີຫົວໜ້າຂະແໜງການສຶກສານອກໂຮງຮຽນແຂວງ, ຄະນະອຳນວຍການສູນ, ຄະນະຮັບຜິດຊອບການສອບເສັງ ພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

ທ່ານ ນາງ ທົງສະກຸນ ແກ້ວດວງເດດ ຫົວໜ້າຂະແໜງການສຶກສານອກໂຮງຮຽນ ແຂວງບໍລິຄໍາໄຊໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2022-2023 ນິີ້ ແຂວງບໍລິຄໍາໄຊ ປະກອບມີ 1 ສູນສອບເສັງຈົບຊັ້ນມັດທະຍົມຕອນປາຍລະບົບບຳລຸງ (ມ.7) ຄືສູນການສຶກສານອກໂຮງຮຽນເມືອງປາກກະດິງ, ທົ່ວແຂວງມີນັກສອບເສັງທັງໝົດ 28 ຄົນ, ຍິງ 12 ຄົນ, ເອກະພາບທົ່ວປະເທດໃນຄັ້ງນີ້ ກໍານົດການສອບເສັງແມ່ນໄລຍະ 2 ວັນຄື: ເລີ່ມແຕ່ວັນທີ 4-5 ກໍລະກົດ 2023ກໍານົດເອົາ 4 ວິຊາສອບເສັງຄື: ພາສາລາວ-ວັນນະຄະດີ , ຊີວະສາດ, ຄະນິດສາດ ແລະ ສຶກສາພົນລະເມືອງ.

ພ້ອມນີ້ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ໃຫ້ທິດຊີ້ນໍາ ໂດຍໄດ້ຮຽກຮ້ອງໃຫ້ຄະນະກໍາມະການທີ່ຖືກແຕ່ງຕັ້ງແຕ່ລະພາກສ່ວນ ຈົ່ງພ້ອມກັນເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານທີ່ທາງຂັ້ນເທິງມອບໝາຍໃຫ້ຢ່າງຕັ້ງໜ້າ ບໍ່ໃຫ້ມີປະກົດການຫຍໍ້ທໍ້ໃດໆເກີດຂື້ນໃນຊ່ວງໄລຍະການສອບເສັງ ຕໍ່ກັບຄະນະກໍາມະການຍາມຫ້ອງສອບເສັງກໍ່ໃຫ້ຍົກສູງຄວາມຮັບຜິດຊອບເອົາໃຈໃສ່ໃນການປະຕິບັດກົດລະບຽບ ຂອງການສອບເສັງຢ່າງເຄັ່ງຄັດ, ເຮັດໃຫ້ບັ້ນສອບເສັງຄັ້ງນີ້ ດໍາເນີນໄປຕາມລະບຽບຫຼັກການສ່ວນນັກສອບຕ້ອງໄດ້ເອົາໃຈໃສ່ປະຕິບັດໂມງເວລາ ແລະ ລະບຽບຂອງການສອບເສັງຢ່າງເຂັ້ມງວດ.

About admins16