ບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ

ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949 – 20 ມັງກອນ 2022 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ມັງກອນ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດປາຖະກະຖາໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ, ປກສ – ປກຊ, ພະນັກງານອາວຸໂສບຳນານ ແລະ ພະນັກງານລັດຖະກອນຈາກພະແນກການເຂົ້າຮ່ວມ.

ທ່ານເຈົ້າແຂວງ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະະຊາຊົນລາວ ວ່າ: ກອງທັບປະຊາຊົນລາວ ແມ່ນເລີ່ມຈາກກອງກໍາລັງປະກອບອາວຸດຂອງປະຊາຊົນບັນດາເຜົ່າ, ທີ່ດຳເນີນການຕໍ່ສູ້ເພື່ອປົດປ່ອຍປະຊາຊົນ ອອກຈາກການກົດຂີ່ຂຸດຮີດຂອງສັກດິນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນໍາເອົາເອກະລາດອໍານາດອະທິປະໄຕ ມາໃຫ້ແກ່ປະຊາຊົນ, ພາຍໃຕ້ການຊີ້ນໍາຂອງພັກປະຊາຊົນປະຕິວັດລາວ ພະນັກງານ ທະຫານ – ນັກຮົບ ໄດ້ຮັບການສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ເປັນນັກຮົບທີ່ມີທັດສະນະຫຼັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ມີແບບແຜນທີ່ເຂັ້ມງວດ ສົມວ່າເປັນກໍາລັງແກ່ນສານຂອງປະຊາຊົນ, ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ.

ວັນທີ 20 ມັງກອນ 1949 ຢູ່ທີ່ເຂດທີ່ໝັ້ນຖໍ້າແມເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ແຂວງຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ກອງລາດຊະວົງ ຂື້ນຢ່າງເປັນທາງການ ໂດຍແມ່ນທ່ານ ເພັດສະວົງ ເປັນຫົວໝ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໝ້າການເມືອງ ແລະ ທ່ານ ຄຳມູນ ເປັນຮອງຜູ້ບັນຊາ.

ໃນມື້ດຽວກັນ ໂດຍພາຍໃຕ້ການນຳພາອັນແທດເຖີງຂອງສາຂາພັກກອມມນິດອິນດູຈີນປະຈຳແຄວ້ນລາວ ກອງປະຊຸມ ໄດ້ເອົາສະຖານທີ່ກອງລາດສະວົງ ເປັນບ່ອນຈັດຕັ້ງພິທີປະກາດສ້າງຕັ້ງກອງທັບລາວອິດສະຫຼະຂື້ນຢ່າງເປັນທາງການ ຢູ່ສະຖານທີ່ດຽວກັນ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ.

ຖັດຈາກນັ້ນມາ ບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໃຈ ແລະ ກອງໄຊເສດຖາ ກໍ່ໄດ້ປະກາດຮັບເອົາເຂົ້າໂຮມເປັນກອງທັບລາວອິດສະຫຼະ ພາຍໃຕ້ການຊີ້ນຳໂດຍກົງຂອງສາຂາພັກກອມມຸນິດອີນດູຈີນປະຈຳລາວ, ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈື່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວຈົນເຖິງປະຈຸບັນ.

ສຳລັບແຂວງບໍລິຄຳໄຊ ສາມາດສ້າງໄດ້ຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ  ແລ້ວ 9 ບ້ານ, ມີ 1.416 ຄອບຄົວ, ໃນນີ້ ປີ 2021 ໄດ້ 3 ບ້ານ ມີ 450 ຄອບຄົວ, ບ້ານທ່າບົກ ເມືອງທ່າພະບາດ, ບ້ານນໍ້າກ້າງ ເມືອງວຽງທອງ, ບ້ານຊຽງຊ່ຽນ ເມືອງບໍລິຄັນ, ອອກເຄື່ອນໄຫວປະສານສົມທົບເຈົ້າໜ້າທີ່ກ່ຽວຂ້ອງໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດທຸກປະເພດ ຄື: ຢຶດຢາເສບຕິດ (ຢາບ້າ) ຈໍານວນ 5 ຄັ້ງ 398 ເມັດ, ຢຶດກັນຊາແຫ້ງໄດ້ຈໍານວນ 4 ຄັ້ງ ມີ 29 ເປົາ ນໍ້າໜັກ 635 ກິໂລ, ຕັດ ແລະ ທໍາລາຍສວນຊາໄດ້ 18 ຄັ້ງ ມີ 274 ສວນ ເນື້ອທີ່ 192.179 ຮຕ, ມີ 323.330 ຂຸມ, ມີນໍ້າໜັກ 450.923 ກິໂລ, ມີຕູບ 243 ຕູບ, ໄດ້ຜູ້ຕ້ອງຫາ 9 ຄົນ, ທໍາລາຍສວນຝີ່ນ 1 ສວນ ເນື້ອທີ 0,5 ເຮັກຕາ, ຢຶດລົດວີໂກ້ 1 ຄັນ, ປືນແກັບ 3 ກະບອກ, ເຮືອງຫາງຍາວ 3 ລໍາ, ຈັກດູດແຮ່ຄໍາ 19 ເຄື່ອງ.

ຜ່ານການເຄື່ອນໄຫວວຽກງານຕ່າງໆ ຕິດພັນກັບການສ້າງຂະບວນການ ຮັກຊາດ ແລະ ພັດທະນາ ມີບັນດາພະນັກງານ – ນັກຮົບ ດີເດັ່ນ ໄດ້ຮັບເລື່ອນຊັ້ນ – ເລື່ອນຕໍາແໜ່ງ ຄື: ປະກາດຊັ້ນໃຫ້ນາຍທະຫານທັງໝົດ 469 ສະຫາຍ.

About admins16