ບໍລິຄຳໄຊ ສຸມໃສ່ຍົກລະດັບວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ

ຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ານວຽກງານໂຄສະນາ ແລະ ສົງເສີມການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 14 ກັນຍາ 2023 ທີ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍລິຄໍາໄຊ ເຂົ້າຮ່ວມໂດຍ ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ແລະ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ມີຄະນະຮັບຜິດຊອບ ແລະ ວິທະຍາກອນ ຈາກກົມໂຄສະນາການທ່ອງທ່ຽວ, ມີນັກສຳມະນາກອນ ຈາກພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ໄດ້ກ່າວຈຸດປະສົງຂອງຊຸດຝຶກອົບຮົມວ່າ ເພື່ອສ້າງຄວາມເຂັ້ມແຂງ ແລະ ພັດທະນາຄວາມຮູ້ດ້ານວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນດ້ານການອອກແບບສິ່ງພິມໂຄສະນາການທ່ອງທ່ຽວ ໃຫ້ນັກສຳມະກອນຈາກ ພະແນກ ຖວທ ແຂວງ ແລະ ຫ້ອງການ ຖວທ ເມືອງ, ສຳລັບແຂວງບໍລິຄຳໄຊ ຖືວ່າເປັນແຂວງໜຶ່ງທີ່ມີຄວາມສໍາຄັນທາງການຄ້າ ແລະ ການທ່ອງທ່ຽວ ເພາະເປັນປະຕູທໍາອິດຈາກທາງພາກເໜືອລົງສູ່ທາງພາກໃຕ້ ແລະ ຍັງເປັນແຂວງທີ່ມີດ່ານຕິດກັບ 2 ປະເທດ ໂດຍຕິດກັບຫວຽດນາມ ທາງທິດຕາເວັນອອກ ແລະ ທິດຕາເວັນຕົກຕິດກັບໄທ ເຊິ່ງກໍາລັງມີການດໍາເນີນການກໍ່ສ້າງ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກາຍເປັນແຂວງທາງຜ່ານການຄ້າ ການທ່ອງທ່ຽວ ແລະ ເປັນສູນກາງໃນການເຊື່ອມຕໍ່ທັງ 4 ທິດທາງ, ມີແຫຼ່ງທ່ອງທ່ຽວທີ່ຜ່ານການຮອງຮັບເປັນທາງການຈໍານວນ 102 ແຫ່ງ ໃນນີ້ ທໍາມະຊາດ 89 ແຫ່ງ, ວັດທະນະທໍາ 11 ແຫ່ງ ແລະ ປະຫວັດສາດ 2 ແຫ່ງ, ເຊິ່ງໃນຈໍານວນດັ່ງກ່າວແມ່ນເປີດບໍລິການແລ້ວ 34 ແຫ່ງ

ໃນຊຸດຝຶກອົບຮົມ ນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບວິທີເຮັດປື້ມຄູ່ມືແນະນຳການທ່ອງທ່ຽວ, ແຜ່ນພັບການທ່ອງທ່ຽວ, ແຜນທີ່ທ່ອງທ່ຽວ, ການກຳນົດເນື້ອໃນ ແລະ ຮູບແບບຂອງສິ່ງພິມໂຄສະນາການທອງທ່ຽວ, ການນຳໃຊ້ເຕັກນິກ ແລະ ວິທີການອອກແບບແຜ່ນພັບ ໂດຍການນຳໃຊ້ໂປແກມ ອາໂດບີ ອີລູດສະເຕເຕີ່ (Ai) ເພື່ອຜະລິດສິ່ງພິມໂຄສະນາການທ່ອງທ່ຽວ, ແນະນໍາເຕັກນິກການອອກແບບ ແລະ ປັບແຕ່ງຮູບພາບ ໃນໂປແກມໂຟໂຕ່ສອບ, ພ້ອມນັ້ນຍັງຈະໄດ້ມີການແບ່ງກຸ່ມ ເພື່ອປະຕິບັດຕົວຈິງຕື່ມອີກ. ຊຸດຝຶກອົບຮົມຄັງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນເຕັມ ແຕ່ ວັນທີ 14 ຫາ 15 ກັນຍາ 2023 ຈຶ່ງສໍາເລັດ.

About admins14