ບໍລິຄຳໄຊ ຈັດພິທີສະແດງສີລະປະ ແລະ ຖາມ – ຕອບວິທະຍາສາດ ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ – ຫວຽດນາມ

ງານສະແດງສີລະປະ ແລະ ຖາມ – ຕອບ ວິທະຍາສາດ ສະເຫຼີມສະຫຼອງປີສະມັກຄີ ລາວ – ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາ 2022 ຢູ່ສະໂມສອນໃຫຍ່ແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນໍາຂອງແຂວງ, ຄະນະຮັບຜິດຊອບ, ອຳນວຍການໂຮງຮຽນ, ຄູອາຈານ, ນ້ອງນັກຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກິດຈະກຳຄັ້ງນີ້ ແມ່ນເພຶ່ອສ້າງຂະບວນການສະເຫຼີມສະຫຼອງ 2 ວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ 2022) ໃຫ້ເປັນຂະບວນຟົດຟື້ນ, ພ້ອມນັ້ນ ຍັງເປັນການສ້າງໃຫ້ລູກຫຼານຄົນຮຸ່ນຫຼັງ ໄດ້ຮຽນຮູ້ເຖິງຄວາມໝາຍຄວາມສຳຄັນ ຂອງສາຍພົວພັນອັນດູດດື່ມ, ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສອງປະເທດລາວ – ຫວຽດນາມອ້າຍນ້ອງ ທີ່ບໍ່ມີສິ່ງໃດສາມາດຕັດຂາດອອກຈາກກັນໄດ້.

ໃນພິທີ ໄດ້ຮັບຊົມການສະແດງ ຈາກນ້ອງນ້ອຍຂອງແຕ່ລະໂຮງຮຽນ ໃນຫຼາຍລາຍການສະແດງ ທີ່ມີເນື້ອໃນສະແດງເຖິງສາຍພົວພັນອັນດູດດື່ມ, ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສອງປະເທດລາວ – ຫວຽດນາມອ້າຍນ້ອງ ທີ່ນັບມື້ນັບມີຄວາມໝັ້ນຄົງທະນົງແກ່ນ, ແໜ້ນແຟ້ນກົມກຽວຍິ່ງໆຂື້ນ ແລະ ບໍ່ມີສິ່ງໃດສາມາດຕັດຂາດອອກຈາກກັນໄດ້ ດັ່ງຄຳເວົ້າຂອງ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ທີ່ວ່າ: “ ເຖິງວ່າພູຈະຖືກເຊາະເຈື່ອນ ແມ່ນໍ້າລຳເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບລາວ – ຫວຽດນາມ ຈະໝັ້ນຄົງທະນົງແກ່ນ ຊົ່ວກາລະນານ ”.

ຫຼັງຈາກນັ້ນ ຍັງໄດ້ມີກິດຈະກໍາຖາມ – ຕອບວິທະຍາສາດ ກຽວກັບຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສອງປະເທດລາວ – ຫວຽດນາມອ້າຍນ້ອງ, ໂດຍໄດ້ມີ 6 ທີມທີ່ເປັນຕົວແທນມາຈາກໂຮງຮຽນມັດທະຍົມປາຍປາກຊັນ, ມັດທະຍົມສົມບູນປາກງຽບ, ມັດທະຍົມສົມບູນໜອງບົວ, ມັດທະຍົມສົມບູນສົມມຸງຄຸນ, ຫ້ອງພອນສະຫວັນ ແລະ ມັດທະຍົມສົມບູນສີທ່ານາໄຊ ໂດຍຈະໄດ້ແຂ່ງຂັນກັນຕອບຢູ່ໃນ 12 ຄໍາຖາມ, ຂໍ້ລະ 10 ຄະແນນ.

ຜ່ານການແຂ່ງຂັນ ທີມທີ່ສາມາດເຮັດຜົນງານໄດ້ດີທີ່ສຸດ ແມ່ນຕົວແທນມາຈາກໂຮງຮຽນ ມສ ປາກງຽບ ຕອບໄດ້ 120 ຄະແນນ ຢາດໄດ້ອັບດັບ 1 ໄປຄອງ, ວັນດັບ 2 ເປັນຂອງຫ້ອງພອນສະຫວັນ 80 ຄະແນນ ແລະ ອັນດັບ 3 ຕົກເປັນຂອງໂຮງຮຽນ ມປ ປາກຊັນ 70 ຄະແນນ.

About admins14