ຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວຊຸກຍູ້ວຽກງານສາຍຕັ້ງຢູ່ເມືອງປາກກະດິງ

ໃນວັນທີ 23 ພະຈິກ 2022 ຢູ່ຫ້ອງວ່າການເມືອງປາກກະດິງ ແຂວງບໍລິຄຳໄຊ ທ່ານ ອຸດອນ ສອນສຸລິນ ຫົວໜ້າໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຮາກຖານຕາມສາຍຕັ້ງ ກັບຄະນະໂຄສະນາອົບຮົມເມືອງ.

ໃນການລົງມາເຮັດວຽກສາຍຕັ້ງຄັ້ງນີ້ ເພື່ອເປັນການກະຕຸກຊຸກຍູ້, ຕິດຕາມວຽກງານໂຄສະນາອົບຮົມເມືອງ ໃນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ  ໃນການເຄື່ອນໄຫວວຽກງານຂອງ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ, ພ້ອມທັງລົງຝຶກອົບຮົມສ້າງຄວາມເຂັ້ມແຂງ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ແກ່ 5 ຕໍາແໜ່ງງານຂັ້ນບ້ານ ຈໍານວນ 6 ບ້ານຂອງເມືອງປາກກະດິງ.

ຈາກນັ້ນ, ໄດ້ເຮັດວຽກຮ່ວມກັບ ຄະນະໂຄສະນາອົບຮົມເມືອງ ໄດ້ຮັບຟັງການລາຍງານຫຍໍ້ວຽກງານໂຄສະນາອົບຮົມຂອງເມືອງ ໃນໄລຍະຜ່ານມາຈາກ ທ່ານ ນາງ ສົມຮັກ ແກ້ວມະນີ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ພ້ອມນັ້ນກອງປະຊຸມໄດ້ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆຮ່ວມກັນ.

About admins14