ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ເຊື່ອມຊຶມເອກະສານສຳຄັນ ສາຍພົວພັນລາວ – ຫວຽດນາມ, ຫວຽດນາມ – ລາວ

ໃນຕອນບ່າຍຂອງວັນທີ 22 ມີນາ 2021 ຢູ່ທີ່ຫ້ອງປະຊຸມ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ຈັດຕັ້ງພິທີ ເຊື່ອມຊຶມ ເອກະສານສໍາຄັນຂອງຫ້ອງວ່າການແຂວງ ເຊິ່ງປະກອບມີ ເນື້ອໃນບົດບັນທຶກ ສອງກົມການເມືອງລາວ-ຫວຽດນາມ, ບົດລາຍງານສະພາບການ ແລະ ໝາກຜົນການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ປະຈໍາປີ 2020 ແລະ ເອກະສານ ການເຄື່ອນໄຫວພົວພັນຮ່ວມມືກັບສາກົນ ແລະ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງແຂວງບໍລິຄໍາໄຊ ປີ 2020. ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ມີຮອງເລຂາ ພ້ອມດ້ວຍພະນັກງານພາຍໃນຫ້ອງການຄະນະຊາວໜຸ່ມແຂວງ ເຂົ້າຮ່ວມ.

ພິທີ ສະຫາຍ ປະທານໄດ້ນໍາສະເໜີເນື້ອໃນ ບົດບັນທຶກຂໍ້ຕົກລົງການພົບປະ ລະຫວ່າງ ກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ພັກຄອມມູນິດຫວຽດນາມ ວັນທີ 5 ທັນວາ 2020 ເຊິ່ງສະຫາຍໄດ້ຍົກເອົາ 6 ເນື້ອໃນສໍາຄັນທີ່ສອງຝ່າຍໄດ້ລົງນາມຮ່ວມກັນ.

ກອງປະຊຸມ ຍັງໄດ້ເຊື່ອມຊືມເອກະສານບົດລາຍງານສະພາບການ ແລະ ໝາກຜົນການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ປະຈໍາປີ 2020 ໄລຍະ 2016-2020 ໄດ້ສືບຕໍ່ເພີ່ມທະວີການຮ່ວມມືແບບພິເສດກ້າວເຂົ້າສູ່ລວງເລິກ ເຊິ່ງຫວຽດນາມໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຝ່າຍລາວ ຫລາຍຕື້ດົ່ງ ແລະ ເອກະສານ ການເຄື່ອນໄຫວພົວພັນຮ່ວມມືກັບສາກົນ ແລະ ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງແຂວງ ປີ 2020 ເພື່ອໃຫ້ພະນັກງານແຕ່ລະສະຫາຍ ຈົ່ງພ້ອມກັນສືບຕໍ່ຮັກສາ, ເສີມຂະຫຍາຍ ມູນເຊື້ອສາມັກຄີ ການພົວພັນຮ່ວມມື ລະຫວ່າງ ສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໜັກແໜ້ນ ເຂັ້ມແຂງຂຶ້ນເລື້ອຍໆ.

About admins16