ການນໍາແຂວງບໍລິຄຳໄຊ ສປປ ລາວ ເຂົ້າຮ່ວມງານແລກປ່ຽນສິລະປະ “ຈຸດປະກາຍແຫ່ງສັນຕິພາບ” ທີ່ແຂວງຮ່າຕິ້ງ ສສ ຫວຽດນາມ

ງານແລກປ່ຽນສິລະປະ “ຈຸດປະກາຍແຫ່ງສັນຕິພາບ” ເນື່ອງໃນໂອກາດລະນຶກເຖິງ ວັນທະຫານເສຍອົງຄະ-ນັກຮົບທີ່ເສຍສະຫຼະຊີວິດ ຄົບຮອບ 76 ປີ (27 ກໍລະກົດ 1947 – 27 ກໍລະກົດ 2023) ແລະ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ສປປ ລາວ ຄົບຮອບ 74 ປີ (1949 – 2023) ໄດ້ຈັດຂຶ້ນໃນຕ້ອນຄ່ໍາ ຂອງວັນທີ 15 ກໍລະກົດ 2023 ຢູ່ສຸສານເນິ່ມ ເມືອງເຮືອງເຊີນ ແຂວງຮ່າຕິ້ງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ, ທ່ານ ຮວ່າງຈຸງຊຸ້ງ ເລຂາພັກແຂວງຮ່າຕິ້ງ, ຕ່າງໜ້າແຂວງ ບໍລິຄຳໄຊ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ມີຄະນະການນຳແຂວງຮ່າຕິ້ງ, ພະນັກງານນັກຮົບປະຕິວັດ, ພໍ່ແມ່ປະຊາຊົນ ຕະຫຼອດຮອດຊາວໜຸ່ມ ແລະ ເຍົາວະຊົນເຂົ້າຮ່ວມ.

ພາຍໃນງານ ບັນດາແຂກທີ່ເຂົ້າຮ່ວມ ໄດ້ຮັບຊົມການສະແດງສິລະປະວັນນະຄະດີ ໃນຫຼາຍລາຍການ ເປັນຕົ້ນແມ່ນບົດຟ້ອນ, ບົດເພັງ ແລະ ຮັບຊົມສາລະຄະດີ ທີ່ໄດ້ສະແດງໃຫ້ເຫັນເຖິງ ນໍ້າໃຈຮັກຊາດອັນກ້າແກ່ນ, ການນໍາພາອັນສະຫຼາດສ່ອງໃສຂອງພັກ, ກອງທັບ, ນັກຮົບປະຕິວັດ ແລະ ປະຊາຊົນຫວຽດນາມ ທີ່ພິລະອາດຫານເດັດດ່ຽວຕໍ່ສູ້ບໍ່ຍອມຈໍານົນ ເພື່ອການປະຕິວັດອັນຍິງໃຫຍ່ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານອັນຮ້າຍກາດ, ພ້ອມນັ້ນຍັງໄດ້ສະແດງໃຫ້ເຫັນເຖິງສາຍພົວພັນອັນດູດດື່ມຫວ່າງສອງຊາດ, ປະຊາຊົນສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ, ຄຸນງາມຄວາມດີ ແລະ ວິລະກໍາອັນລໍ້າເລີດ ຂອງບັນດາສະຫາຍທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ຮ່ວມກັບກອງທັບ ແລະ ປະຊາຊົນລາວ ຕໍ່ສູ້ໃນຂຸມຄອງອັນດຽວກັນ ຢ່າງພິລະອາດຫານ, ຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດປົດປ່ອຍປະເທດຊາດ ປາຊະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວ.

ຄວາມສາມັກຄີແບບພິເສດ ແລະ ພົວພັນຮ່ວມມືຮອບດ້ານ ທີ່ຍາມໄດ້ກໍ່ມີການພົວພັນຮ່ວມມື, ຊ່ວຍເຫຼືອກັນ ຢ່າງສະໜິດແໜນຍາກທີ່ຈະຕັດຂາດອອກຈາກກັນໄດ້, ດັ່ງບົດກອນອັນເປັນອໍາມະຕະຂອງ ທ່ານປະທານ ໂຮ່ຈີມິງ ຜູ້ຍິ່ງໃຫຍ່ ທີ່ວ່າ: “ ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍ່ປີນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ, ຂວາງກັ້ນກໍ່ດຸ່ງໄປ ສອງຊາດລາວ-ຫວຽດໄດ້ ຝັ່ງຄວາມຮັກໄວ້ໃນໃຈ, ຮົງຫາທັງແມ່ຂອງ ບໍ່ເລິກປູນປານໄດ້ ” ແລະ ທ່ານປະທານ ໄກສອນ ພົມວິຫານ ໄດ້ພັນລະນາເຖິງສາຍພົວພັນລາວ-ຫວຽດ ທີ່ວ່າ: “ ເຖິງພູຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ ”.

 

About admins14