ການນໍາຂັ້ນແຂວງບໍລິຄໍາໄຊ ໂອ້ລົມຄະນະກໍາມະການຮັບຜິດຊອບບັ້ນສອບເສັງ ມ.7 ຢູ່ເມືອງຄໍາເກີດ

ໃນວັນທີ 20 ມິຖຸນາ 2023 ຢູ່ໂຮງຮຽນ ສາມັນກິນນອນຊົນເຜົ່າ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທົ່ວເມືອງປະຈໍາສົກຮຽນ 2022-2023 ຢ່າງເປັນທາງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວຽກງານວັດທະນາທຳ-ສັງຄົມ ທັງເປັນປະທານການສອບເສັງຈົບ ມ.7 ທົ່ວແຂວງ, ມີ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນໍາຂັ້ນເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຮັບຜິດຊອບຂັ້ນເມືອງ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍນ້ອງນັກເຂົ້າຮ່ວມ.

ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ລາຍງານໃຫ້ຮູ້ວ່າ: ນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ໄດ້ແບ່ງສູນສອບເສັງ ອອກເປັນ11 ສູນສອບເສັງ, ໃນປີ 2023 ຈຳນວນຫ້ອງສອບເສັງ 113 ຫ້ອງ, ຈຳນວນນັກສອບເສັງ 2319 ຄົນ, ຍິງ1116 ຄົນ, ຈໍານວນນັກຮຽນສະເລ່ຍຕໍ່ຫ້ອງ 18 – 22 ຄົນຕໍ່ຫ້ອງ. ສ່ວນເມືອງ ຄຳເກີດ ມີ 2 ສູນສອບເສັງ( ສູນ ມ.ສ ນະຄອນໄຊ, ມ.ສ ຊົນເຜົ່າ)ມີ 7 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງທັງໝົດ528 ຄົນ, ຍິງ 273 ຄົນ, ມີ 26 ຫ້ອງເຊີ່ງສະເລ່ຍແລ້ວບັນຈຸຫ້ອງລະ 20-21 ຄົນຕໍ່ຫ້ອງ. ໃນບັ້ນສອບເສັງມັດທະຍົມສຶກສາຕອນປາຍ (ມ.7) ນີ້ ໃນ 7 ຕົວເມືອງທົ່ວແຂວງຍັງໄດ້ອອກແຈ້ງການຂອງຫ້ອງວ່າການວ່າດ້ວຍການໂຈະການໃຫ້ບໍລິການຊົ່ວຄາວຮ້ານກິນດື່ມ, ຮ້ານຄາລາໂອເກະໃນຊ່ວງວັນທີ 21-23 ມິຖຸນາ 2023 ເປັນຊ່ວງສອບເສັງມັດທະຍົມສຶກສາຕອນປາຍ (ມ.7) ພ້ອມນັ້ນ ຍັງແຕ່ງຕັ້ງຄະນະສະເພາະກິດຂັ້ນເມືອງເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທີ່ຈະເກີດໃນຊ່ວງໄລຍະການສອບເສັງອີກດ້ວຍ.

ໃນຕອນທ້າຍ ທ່ານຮອງເຈົ້າແຂວງ ຍັງໄດ້ກ່າວຕໍ່ຄະນະກໍາມະການຊີ້ນໍາລວມທັງ 2 ສູນວ່າ: ຈະຕ້ອງໄດ້ເອົາໃຈໃສ່ສູງຕໍ່ການປະຕິບັດຕາມລະບຽບຫຼັກການຂອງການສອບເສັງທີ່ກໍານົດໄວ້ຢ່າງເຄັ່ງຄັດ ແລະ ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງນັບທັງຄະນະກໍາມະການແຕ່ລະພາກສ່ວນກໍ່ເຊັ່ນດຽວກັນເຮັດແນວໃດໃຫ້ຮັບປະກັນໄດ້ຄວາມສະເໝີພາບຄວາມບໍລິສຸດ, ຍຸຕິທໍາ ຕໍ່ກັບຄະນະກໍາມະການຄວບຄຸມດູແລຫ້ອງສອບເສັງຕ້ອງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບການມອບໜາຍ, ຮັບປະກັນບໍ່ໃຫ້ເກີດບັນຫາຊ່ອງຫວ່າງອັນທີ່ຈະພາໃຫ້ເກີດມີປະກົດການຫາງສຽງທີ່ບໍ່ດີເກີດຂຶ້ນ ແລະ ຮຽກຮ້ອງໃຫ້ແຕ່ລະສູນສອບເສັງ ແລະ ທຸກພາກສ່ວນຕ້ອງເອົາໃຈໃສ່ຮ່ວມກັນປ້ອງກັນຄວາມສະຫງົບ, ໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນໄລຍະການສອບເສັງເປັນຕົ້ນແມ່ນ: ລັກລົດຈັກ, ນັກຮຽນເຂົ້າຮ້ານບັນເທີງໃນມື້ສຸດທ້າຍຂອງສອບເສັງ, ເຊັນໃສ່ເສື້ອຂາວ, ເກີດອຸປະຕິເຫດຕາມທ້ອງຖະໜົນຫຼວງ ແລະ ບັນຫາອື່ນໆອີກ.

About admins16