ກອງບັນຊາການທະຫານ ເມືອງປາກກະດິງ ເປີດຊຸດອົບຮົມ – ຫັດແອບ ໃຫ້ນາຍ ແລະ ພົນທະຫານ

ພິທີເປີດຊຸດອົບຮົມ – ຫັດແອບ ປັບປຸງລະບຽບແຜນ ຝຶກຝົນຫລໍ່ຫລອມກຳລັງແຮງກາຍ ໃຫ້ນາຍ  ແລະ ພົນທະຫານ ແລະ ວຽກງານທະຫານທ້ອງຖີ່ນ ປະຈຳປີ 2022 ຂອງກອງບັນຊາການທະຫານ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 3 ມີນາ 2022 ຢູ່ທີ່ກອງບັນຊາການຂອງຕົນ.

ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີຄະນະກອງບັນຊາການ ພ້ອມດ້ວຍນາຍ ແລະ ພົນທະຫານ ແລະ ກຳລັງກອງຫຼອນ ເຂົ້າຮ່ວມ.

ແຜນການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ ຝຶກຝົນຫລໍ່ຫລອມກຳລັງແຮງກາຍ ໃຫ້ນາຍ – ພົນທະຫານ ແລະ ວຽກງານທະຫານທ້ອງຖີ່ນ ປະຈຳປີ 2022 ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານສີລະປະຍຸດ – ຍຸດທະວິທີໃຫ້ນາຍ ແລະ ພົນທະຫານຢູ່ໃນກົມກອງ ໃຫ້ມີຄວາມຊໍານິຊໍານານ, ມີໄຫວພິກຄ່ອງແຄ່ວ ສາມາດບັນຊາ – ນຳພາກົມກອງ ປະຕິບັດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບ ຮັບປະກັນເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບປອດໄພ, ທັງເປັນການກະຕຸກຊຸກຍູ້ໃຫ້ນາຍ ແລະ ພົນທະຫານຫັນເຂົ້າລະບຽບແຜນຂອງກອງທັບ ຈັດຕັ້ງປະຕິບັດບັນດາຂໍ້ກຳນົດຂອງກອງທັບໃຫ້ເປັນປົກກະຕິ, ເຂັ້ມງວດ, ສ້າງກົມກອງໃຫ້ມີລະບຽບແບບແຜນທັນສະໄໝເປັນກ້າວໆ.

ເປົ້າໝາຍການຝຶກອົບຮົມ ຈະມີທັງກຳລັງປະກອບອາວຸດທະຫານເມືອງ, ກຳລັງກອງຫຼອນ ແລະ ນັກຮຽນມັດທະຍົມ ທັງສາມແຫ່ງຢູ່ພາຍໃນເມືອງປາກກະດິງ ຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກສະໜາມ ເປັນຕົ້ນແມ່ນ: ຂໍ້ກຳນົດ, ລະບຽບຮູບແຖວ, ພິທີການ, ກິລາການທະຫານ, ສິລະປະຍຸດ, ຍຸດທະວິທີ, ວຽກງານການເມືອງ, ວຽກງານພະລາທິການ ແລະ ວຽກງານເຕັກນິກ.

ໃນໂອກາດດຽວກັນ ຍັງໄດ້ມີພິທີມອບການຍ້ອງຍໍໃຫ້ກຳລັງກອງຫຼອນ 4 ເຂດ ທົ່ວເມືອງປາກກະດິງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານດີເດັ່ນໄລຍະ 1 ປີຜ່ານມາ

About admin11