ເມືອງປາກຊັນ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານສ້າງເມືອງເປັນຫົວໜ່ວບເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 21 ມັງກອນ 2021 ຢູ່ສະໂມສອນປົກຄອງເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍການເປັນປະທານຂອງ ທ່ານ ໄມຈອມ ວັນນະສານຄຳ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້້າເມືອງປາກຊັນ, ເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະກອງກໍ່ສ້າງຮາກຖານຂັ້ນແຂວງ, ຂັ້ນເມືອງ, ພະນັກງານຮາກຖານປະຈຳເຂດ ແລະ ອຳນາດການປົກຄອງບ້ານ-ນາຍບ້ານ 54 ບ້ານທົ່ວເມືອງປາກຊັນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຕະຫຼອດໄລຍະ 1 ປີທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ໂດຍລວມແລ້ວ ທົ່ວເມືອງແມ່ນຍັງສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມສະຫງົບໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າໄດ້ຮັບການສຶກສາອົບຮົມທາງດ້ານການເມືອງແນວຄິດ, ມີຄວາມເຂົ້້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂໃຫ້ລຸດໜ້ອຍຖອຍລົງ, ເສດຖະກິດຂະຫຍາຍຕົວໄປຕາມກົນໄກ ແລະ ສະພາບຄວາມເປັນຈີງ, ປະຊາຊົນໄດ້ເອົາໃຈໃສ່ໃນການເກັບກ່ຽວເຂົ້ານາປີ, ພືດລະດູຝົນ ຢ່າງເປັນຂະບວນການຟົດຟື້ນ ແລະ ເລັ່ງໃສ່ການປູກເຂົ້ານາແຊງ ແລະ ພືດຜັກອຶ່ນໆໃນລະດູແລ້ງ ຢ່າງເປັນຂະບວນການກວ້າງຂວາງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ວັດທະນະທໍາສັງຄົມໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ, ຄະນະພັກອົງການປົງຄອງແຕ່ລະຂັ້ນ ໄດ້ຮັບການປັບປຸງ, ບໍາລຸງ ແລະ ຍົກລະດັບຢ່າງເປັນລະບົບ.

ທົ່ວເມືອງປາກຊັນມີທັງໝົດ 54 ບ້ານ, ມີພົນລະເມືອງທັງໝົດ 51.498, ຍິງ 26.096 ຄົນ, ມີ 9.987 ຄອບຄົວ, 10.396 ຫຼັງຄາເຮືອນ, ມີຄອບຄົວວັດທະນະທໍາ 9.319 ຄອບຄົວ ເທົ່າກັບ 93,31%, ຮັບຮອງເປັນຄອບຄົວພັດທະນາແລ້ວ 9,923 ຄອບຄົວ ກວມ 99,35% ມີຄອບຄົວພົ້ນທຸກແລ້ວ 9.923 ຄອບຄົວ, ກວມ 99,35% ສຳເລັດໃນການກວດກາ, ປະເມີນຄືນມາດຖານພົ້ນທຸກ ແລະ ມາດຖານພັດທະນາ ເຊິ່ງມີຄອບຄົວທຸກຍາກ 14 ຄອບຄົວ, ຄອບຄົວອະນະຖາ 7 ຄອບຄົວ ແລະ ໃນໜຶ່ງປີຜ່ານມາ ເມືອງໄດ້ເອົາໃຈໃສ່ຊ່ວຍເຫຼືອ ຫລຸດພົ້ນອອກຈາກຄວາມທຸກຍາກ-ອານາຖາແລ້ວ 6 ຄອບຄົວ, ຍັງເຫຼືອ 11 ຄອບຄົວ, ອານາຖາ 4 ຄອບຄົວ, ປະເມີນຕາມດຳລັດ 348/ລບ ປະຈຳປີ 2019 ມີຄອບຄົວທຸກຍາກ 60 ຄອບຄົວ ແລະ ອານາຖາ 4 ຄອບຄົວ, ໄດ້ສ້າງແຜນເພື່ອພ້ອມກັນແກ້ໄຂໃຫ້ໄດ້ຕາມແຜນການທີ່ວາງໄວ້ ໃນຈຳນວນທີ່ຍັງເຫຼືອ.

ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນແລກປ່ຽນປະກອບຄຳຄິດເຫັນ ເພື່ອເຮັດໃຫ້ຄະນະຮັບຜິດຊອບໃນວຽກງານແຕ່ລະຂັ້ນ ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຢ່າງມີປະສິດຕິຜົນ.

ໃນກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍແຕ່ງແຕ່ງຕັ້ງພະນັກງານກໍ່ສ້າງຮາກຖານການເມືອງປະຈຳປີ 2021 ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນວຽກງານດັ່ງກ່າວ.

ຕ້ອນທ້າຍຂອງປະຊຸມ ຍັງໄດ້ມີພິທີມອບໃບຢັ້ງຢືນວ່າດ້ວຍການຮັບຮອງເອົາບ້ານພັດທະນາ 4 ດ້ານ ໃນຈຳນວນ 54 ບ້ານຂອງເມືອງປາກຊັນ ແລະ ໃບຢັ້ງຢືນວ່າດ້ວຍມາດຖານບ້ານໜັກແໜ້ນ ມີຈຳນວນ 12 ບ້ານ ໃຫ້ກຽດຂຶ້ນມອບໃບຢັ້ງຢືນຄັ້ງນີ້ ໂດຍທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ ແລະ ທ່ານ ແກ້ວວິໄລ ໄຊຍະຈັກ ຫົວໜ້າຫ້ອງການພາຍໃນເມືອງ.

About admins16