
ໃນວັນທີ 16 ພະຈິກ 2022 ຢູ່ທີ່ເດີ່ນໂຮງຮຽນປະຖົມບ້ານວັງຜາ ແລະ ໂຮງຮຽນປະຖົມບ້ານນໍ້າເດີນ ທ່ານ ບຸນປັນ ແສງດາລາ ຕາງໜ້າ ບໍລິສັດ SCK ອອກແບບ ແລະ ກໍ່ສ້າງຈຳກັດ ແລະ ບຸກຄົນ ພ້ອມຄະນະ, ໄດ້ນໍາເຄື່ອງອຸປະກອນການຮຽນມາມອບໃຫ້ທັງສອງໂຮງຮຽນ ເມືອງຄໍາເກີດ ແຂວງບໍລິຄຳໄຊ, ໂດຍມີທ່ານ ອາຈານ ຫົງຄຳ ພໍທຸ່ນພະໄທ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອໍານາດການປົກຄອງບ້ານ ແລະ ຄູ-ອາຈານພ້ອມດ້ວຍນ້ອງນັກຮຽນ ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເສື້ອກັນໜາວ, ບານເຕະ, ກະຕໍ້ຫວາຍ, ຕະໜ່າງກະຕໍ້, ນໍ້າດື່ມ, ປື້ມ, ບິກ-ສໍ ແລະອຸປະກອນອື່ນໆ ລວມມູນຄ່າ 19.000.000 ກ່ວາກີບ, ກ່າວຮັບໂດຍ ທ່ານ ກອງແພງ ຄູນວີໄຊ ເລຂາພັກບ້ານ-ນາຍບ້ານວັງຜາ.
ທ່ານ ອາຈານ ຫົງຄຳ ພໍທຸ່ນພະໄທ ໄດ້ຊີ້ນຳ ແລະຮຽກຮ້ອງມາຍັງຄູອາຈານ ແລະນ້ອງນັກຮຽນ ນຳເຄື່ອງອຸປະກອນດັ່ງກ່າວໄປແຈກຍາຍໃຫ້ນ້ອງນັກຮຽນໃຫ້ທົ່ວເຖິງ, ຕ້ອງຮັກສາໃຫ້ດີ ແລະນຳໃຊ້ເປັນປະໂຫຍດໃຫ້ແກ່ການຮຽນ.









Users Today : 1293
Users Yesterday : 1310
This Month : 17174
This Year : 373087
Total Users : 1132539
Who's Online : 8