
ໃນຕອນເຊົ້າວັນທີ 16 ທັນວາ 2020 ທ່ານ ສຳລານໄຊ ເພັດສຸວັນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງໄຊຈຳພອນ ພ້ອມດວ້ຍທີມງານ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ເພື່ອບັນເທົາທຸກ ແລະ ການຕອບໂຕ້ແຜ່ລະບາດຂອງພະຍາດ ໂຄວິດ 19 ໄປມອບໃຫ້ແກ່ປະຊາຊົນ 03 ບ້ານ ຄື: ປະຊາຊົນບ້ານນ້ຳສັກ, ບ້ານ ນ້ຳອ້ອນ ແລະ ບ້ານວັງບານ ໃນຮອບທີ່ 2.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີ ເຂົ້າສານໜຽວ, ເຂົ້າສານຈ້າວ 580 kg ມູນຄ່າ 6,206,000 ກີບ, ສະບູຝຸ່ນ 22 ຖົງ, ຖົງລະ 3kg ມູນຄ່າ 844,000ກີບ, ສະບູກ້ອນ ມູນຄ່າ 315,000 ກີບ ລວມເປັນມູນຄ່າທັງໝົດ 7,365,000 ກີບ.
ການນຳເຄື່ອງມາຊ່ວຍເຫຼືອຄັ້ງນີ້ ແມ່ນມອບໃຫ້ປະຊາຊົນຄອບຄົວທຸກຍາກ, ຄອບຄົວອອກເຮືອນໃໝ່, ໂດຍການເປັນສັກຂີພີຍານຂອງອຳນາດການປົກຄອງແຕ່ລະບ້ານ. ທຶນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກແຜນງານລາວ/030 ປະຈໍາແຂວງບໍລິຄຳໄຊ (ອົງການ Lux-Dve )









Users Today : 576
Users Yesterday : 1356
This Month : 34463
This Year : 390376
Total Users : 1149828
Who's Online : 8