
ໃນຕອນເຊົ້າຂອງວັນທີ 24 ພະຈິກ 2021 ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດປາຖະກະຖາ ວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຄົບຮອບ 21 ປີ ( 25 ພະຈິກ 2000 – 25 ພະຈິກ 2021 ). ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານ-ພະນັກງານ ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ພ້ອມດ້ວຍພະນັກງານລັດຖະກອນ ແລະ ສະຫະພັນແມ່ຍີງອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານປະທານ ໄດ້ຫວນຄືນປະຫວັດຄວາມເປັນມາ ຂອງວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງໃນໄລຍະຜ່ານມາ ລັດຖະບານແຫ່ງ ສປປ ລາວ ກໍ່ໄດ້ສ້າງຫລາຍໆນິຕິກຳ ວ່າດ້ວຍການຕ້ານການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍີງ.
ຈຸດປະສົງ ກໍ່ເພື່ອລະນຶກເຖີງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ເປັນການໂຄສະນາເຜີຍແຜ່, ປຸກລະດົມ ແລະ ຍົກສູງຈິດສຳນຶກໃນທົ່ວປວງຊົນທັງຊາດ ໃຫ້ໄດ້ຮັບຮູ້ເຈົ້າໃຈ ແລະ ເຫັນເຖິງບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເຊີ່ງຖືວ່າເປັນການຈຳແນກຕໍ່ແມ່ຍິງ ໄພງຽບທີ່ເຮັດໃຫ້ແມ່ຍິງ ຖືກໂດດດ່ຽວອີກ ທັງເປັນການລ່ວງລະເມີດຕໍ່ສິດທິຂອງແມ່ຍິງ ກໍ່ຄື ສິດທິຂັ້ນພື້ນຖານຂອງມະນຸດ.







Users Today : 1264
Users Yesterday : 3846
This Month : 52835
This Year : 408748
Total Users : 1168200
Who's Online : 14