
ໃນວັນທີ 6 ຕຸລາ 2020 ຢູ່ທີ່ໂຮງໝໍເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີ ມອບ-ຮັບ ອຸປະກອນການແພດ ມີ: ຕຽງປະສູດລູກ 1 ຕຽງ ແລະ ຕຽງນອນຄົນເຈັບ 6 ຕຽງ. ມູນຄ່າ 74.560.000 ກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ວັດພະທາດເຊີງຊຸມ ແຂວງສະກົນນະຄອນ ຣາຊະອານາຈັກໄທ ຮ່ວມກັບສະພາປະຊາຊົນ ແຂວງບໍລິຄຳໄຊ ສປປ ລາວ

ມອບໃຫ້ໂຮງໝໍເມືອງປາກກະດິງ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ກໍ່ຄືການປີ່ນປົວຄົນເຈັບໃຫ້ມີຄວາມສະດວກຂື້ນຕື່ມ.
ຕາງໜ້າມອບໂດຍທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, ຕາງໜ້າຮັບໂດຍທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ມີທ່ານນາງ ດຣ ວົງພະຈັນ ປັນຍານຸວົງ ອຳນວຍການໂຮງໝໍເມືອງປາກກະດິງ, ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ແລະ ພະນັກງານແພດໝໍເຂົ້າຮ່ວມເປັນສັກຂີພິຍານ.









Users Today : 468
Users Yesterday : 1356
This Month : 34355
This Year : 390268
Total Users : 1149720
Who's Online : 7