
ເພື່ອເປັນການຊຸກຍູ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ຂອງ ປກສ ເມືອງ, ໃນຕອນເຊົ້າຂອງ ວັນທີ 2 ທັນວາ 2020 ຢູ່ກອງບັນຊາການ ປກສ ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ທ່ານ ແກ້ວ ພົມມະວົງ ຕາງໜ້າ ໂຮງງານປຸງແຕ່ງໄມ້ BM ບ້ານທ່າແພ ໄດ້ມອບກະໂລປູພື້ນ ຈໍານວນ 150 ແກັດ ແລະ ແຜ່ນລົບກະເບື້ອງ ຈໍານວນ 100 ອັນ ຄິດເປັນມູນຄ່າ 8.000.000 ກີບ ໃຫ້ ປກສ ເມືອງວຽງທອງ ເພື່ອປູພື້ນ ແລະ ມຸງຫ້ອງການ ພະແນກສໍາມະໂນຄົວຫຼັງໃໝ່.
ເປັນກຽດຮັບໂດຍ ພັທ ພອນຄໍາ ພີມມະຈັນ ຮອງກອງບັນຊາການ ປກສ ເມືອງ ໂດຍຊ້ອງໜ້າ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າ ປກສ ເມືອງ ພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນກົມກອງ ເຂົ້າຮ່ວມເປັນສັກຂີພິຍານ.








Users Today : 445
Users Yesterday : 1356
This Month : 34332
This Year : 390245
Total Users : 1149697
Who's Online : 6