
ພິທີຕ້ອນຮັບຄະນະປະຕິບັດງານພິເສດ ນະຄອງຫຼວງວຽງຈັນ ແລະ ແຂວງຮ່າຕີ້ງ ສສ ຫວຽດນາມ ໄດຈັດຂື້ນໃນວັນທີ 20 ພຶດສະພາ 2023 ຢູ່ໂຮງແຮມດອກຈໍາປາ ບ້ານອານຸສອນໄຊ ເມືອງປາກຊັນ ທ່ານ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຮອງຫົວໜ້າຜູ້ປະຈໍາການ ຄະນະປະຕິບັດງານພິເສດແຂວງບໍລິຄໍາໄຊ ໄດ້ຕ້ອນຮັບຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ພົ.ວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ແລະ ຕ້ອນຮັບຄະນະຜູ້ແທນແຂວງຮ່າຕິ້ງ ນໍາໂດຍ ທ່ານ ຫງວຽນຮົ່ງຫຼິງ ຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ.
ຈຸດປະສົງໃນການມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊໃນຄັ້ງນີ້ ກໍ່ເພື່ອເຂົ້າຮ່ວມພິທີນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ, ເຊີ່ງໃນລະດູແລ້ງປີ 2022-2023 ສາມາດຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ທັງໝົດ 10 ຮ່າງ, ໃນນັ້ນຂຸດຄົ້ນໄດ້ຈາກແຂວງບໍລິຄຳໄຊ 9 ຮ່າງ ແລະ ນະຄອນຫຼວງວຽງຈັນ 1 ຮ່າງ ປັດຈຸບັນໄດ້ເກັບຮັບສາໄວ້ທີ່ຫໍບູຊາອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງຈະໄດ້ຈັດພິທີນຳສົ່ງກັບຄືນປະເທດຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023 ນີ້.








Users Today : 1260
Users Yesterday : 3846
This Month : 52831
This Year : 408744
Total Users : 1168196
Who's Online : 18