
ຕອນບ່າຍຂອງວັນທີ 18 ພະຈິກ 2021 ຢູ່ສຳນັກງານຫ້ອງວ່າການ ເມືອງວຽງທອງ, ແຂວບໍລິຄໍາໄຊ ທ່ານ ດຣ ບຸນຍັງ ພົມມະຈັນ ຜູ້ອໍານວຍການໂຮງໝໍແຂວງ ບໍລິຄໍາໄຊ ໄດ້ນໍາເອົາເຄື່ອງຈຳ ນວນໜື່ງ ມາມອບໃຫ້ເມືອງວຽງທອງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີ: ເຈວລ້າງມື, ຜ້າປິດປາກ, ເຄື່ອງສະແກນອຸນຫະພູມ 1 ເຄື່ອງ ແລະ ເຄື່ອງກິລາຈໍານວນໜຶ່ງ ລວມມູນຄ່າທັງໝົດ 4 ລ້ານກີບ ເປັນກຽດມອບໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ຜູ້ອໍານວຍການໂຮງໝໍແຂວງ ບໍລິຄໍາໄຊ ກ່າວຮັບໂດຍແມ່ນ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ ໂດຍມີພະນັກງານເຂັ້າຮ່ວມເປັນສັກຂີພິຍານ.








Users Today : 1283
Users Yesterday : 3846
This Month : 52854
This Year : 408767
Total Users : 1168219
Who's Online : 23