
ໃນວັນທີ 16 ກໍລະກົດ 2021 ຜ່ານມາ ທີ່ຫ້ອງການບ້ານ-ບ້ານ ໂພນດູ່ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປະກາດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ທົ່ວເມືອງ ແລະ ເປີດການທົດລອງສ້າງບ້ານໂພນດູ່ ເປັນບ້ານ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີເລຂາພັກບ້ານ ນາຍບ້ານ ໂພນດູ່, ຄະນະຮັບຜິດຊອບ, ນາຍບ້ານອ້ອມຂ້າງເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 702/ປກສ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງ ຂອງເຈົ້າເມືອງ ວຽງທອງ ເລກທີ 606/ຈມວທ ວ່າດ້ວຍການອະນຸມັດໃຫ້ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຜ່ານໂຄງການ ແລະ ບາດກ້າວໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຜ່ານບົດບັນທຶກສັນຍາຮັກສາຄວາມສະຫງົບຂອງຄອບຄົວ, ເອກະສານຂໍ້ແຂ່ງຂັນ, ຮ່າງລະບຽບສາຍພົວພັນພາຍໃນບ້ານ.
ຈາກນັ້ນ ກອງປະຊຸມໄດ້ຜ່ານບົດໂຄງການທົດລອງສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໂດຍຈະສ້າງບ້ານໂພນດູ່ ເປັນບ້ານແບບຢ່າງທຳອິດຂອງເມືອງວຽງທອງ.









Users Today : 1569
Users Yesterday : 3846
This Month : 53140
This Year : 409053
Total Users : 1168505
Who's Online : 28