
ໃນລະຫວ່າງວັນທີ 5 – 6 ກຸມພາ 2023 ອົງການປົກຄອງເມືອງວຽງທອງ ໄດ້ສົມທົບກັບອົງການພຸດທະສາສະໜາສໍາພັນລາວເມືອງ ສ້າງກອງຜ່າປ່າຂຶ້ນໜຶ່ງກອງ ຢູ່ຫ້ອງວ່າການເມືອງ ເພື່ອເປັນທຶນໃນການກໍ່ສ້າງເສັ້ນທາງຊອຍບ້ານນໍ້າຢ້າງ, ນຳພາໂດຍ ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ, ມີການນຳ, ພະນັກງານ, ລັດຖະກອນ, ພໍ່ແມ່ປະຊາຊົນ ພ້ອມດ້ວຍພະສົງສໍາມະເນນ ເຂົ້າຮ່ວມ.

ເພື່ອໃຫ້ບັນລຸຕາມຈຸດປະສົງຂອງການຕັ້ງກອງຜ່າປ່າຄັ້ງນີ້ ໄດ້ມີການທໍາພິທີທາງສາສະໜາ ແລະ ແຮ່ກອງຜ່າປ່າ ຈາກສໍານັກງານປົກຄອງເມືອງ ເຂົ້າໄປຖະຫວາຍໃຫ້ ອພສ ຢູ່ວັດພູວຽງທອງ, ຈາກນັ້ນ ອພສ ກໍ່ໄດ້ລວມປັດໃຈ ທີ່ໄດ້ຈາກກອງຜ່າປ່າ ແລ້ວມອບໃຫ້ຄະນະຮັບຜິດຊອບ ໃນການດໍາເນີນການກໍ່ສ້າງເສັ້ນທາງຊອຍບ້ານນໍ້າຢ້າງ.










Users Today : 1500
Users Yesterday : 3846
This Month : 53071
This Year : 408984
Total Users : 1168436
Who's Online : 22