
ເພື່ອເປັນການຊຸກຍູ້ຊ່ວຍເຫຼືອ ແລະ ແກ້ໄຂສະເພາະໜ້າ ໃນວັນທີ 25 ພຶດສະພາ 2021 ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ຄອບຄົວຂອງ ທ້າວ ຄອນສະຫວັນ ຄຳວົງສາ ອາຍຸ 31 ປີ ອາຊີບປະຊາຊົນ ຢູ່ບ້ານກ້ວຍອຸດດົມ ເມືອງປາກຊັນ ແຂວງບໍລິຄຳໄຊ ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ.

ໃນທ້າຍເດືອນເມສາ 2021 ຜ່ານມານີ້ ໄດ້ເກີດໄຟໄໝ້ເຮືອນ ທ້າວ ຄອນສະຫວັນ ຄຳວົງສາ ຈົນໝົດຫຼັງເຮືອນ ສາຍເຫດມາຈາກໄຟຟ້າລັດວົງຈອນ, ເຊິ່ງຄອບຄົວດັ່ງກ່າວ ມີສະມາຊິກທັງໝົດ 4 ຄົນ ຍິງ 2 ຄົນ.
ດ້ວຍຄວາມເປັນຫ່ວງເປັນໄຍຈາກຄະນະພັກຄະນະປົກຄອງເມືອງເມືອງປາກຊັນ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອຄອບຄົວດັ່ງກ່າວ ເຊິ່ງເຄື່ອງທີ່ນຳໄປມອບ ປະກອບມີ: ເຄື່ອງນຸ່ງຫົ່ມ, ເສື່ອ, ໝອນ, ເຂົ້າສານ – ອາຫານແຫ້ງ, ເຄື່ອງໃຊ້ໃນຄົວເຮືອນອື່ນໆທີ່ຈໍາເປັນ ແລະ ເງິນຈໍານວນໜຶ່ງ ເພື່ອແກ້ໄຂສະເພາະໜ້າ.









Users Today : 1498
Users Yesterday : 3846
This Month : 53069
This Year : 408982
Total Users : 1168434
Who's Online : 23