
ໃນຕອນບ່າຍຂອງວັນທີ 8 ຕຸລາ 2020, ທີ່ສະໂມສອນໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ກົດໝາຍ, ລະບຽບຈະລາຈອນໃຫ້ໄວໝຸ່ມ-ຊາວໝຸ່ມ ໂດຍການເປັນປະທານຂອງທ່ານ ເຢີວື່ຈົ່ງຕູ້ ວ່າການອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ.

ໃນພິທີ ໄດ້ເຜີຍແຜ່ກົດລະບຽບຈະລາຈອນ ໂດຍອີງໃສ່ດຳລັດເລກທີ 188/ນຍ, ລົງວັນທີ 03 ກໍລະກົດ 2007 ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ, ຂໍ້ຫ້າມສຳລັບການຂັບຂີ່ລົດໂດຍຜູ້ທີ່ບໍ່ເຖິງອາຍຸກະສຽນຂັບຂີ່, ການຂັບຂີ່ລົດຈັກໂດຍບໍ່ໃສ່ໝວດກັນກະທົບ, ຂັບຂີ່ລົດໃນເວລາມຶນເມົາ, ການຂີ່ລົດໄວເກີນກຳນົດ, ການຂັບຂີ່ລົດລ່ວງໄຟອຳນາດ, ປ້າຍຫ້າມ ແລະ ປ້າຍບອກຢຸດ.

ຈຸດປະສົງຂອງການເຜີຍແຜ່ ກໍ່ເພື່ອເປັນການປູກຈິດສຳນຶກ ໃຫ້ນ້ອງໆຊາວໜຸ່ມ ນັກຮຽນ ໄດ້ຮັບຮູ້ ເຂົ້າໃຈກ່ຽວກັບລະບຽບການສັນຈອນຢ່າງຖືກວິທີ ທັງນີ້ ກໍ່ເພື່ອຫລີກລ່ຽງອຸປະຕິເຫດບົນທ້ອງຖະໜົນ.








Users Today : 102
Users Yesterday : 1666
This Month : 24997
This Year : 185194
Total Users : 944646
Who's Online : 7