
ໃນຕອນເຊົ້າວັນທີ 25 ມິຖຸນາ 2021 ຢູ່ຕະຫລາດ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີ ເປີດຫ້ອງວາງສະແດງ ແລະ ຂາຍສິນຄ້າ ” ຫນຶ່ງເມືອງ ຫນຶ່ງຜະລິດຕະພັນແຫ່ງຊາດ ” ກຸ່ມຫັດຖະກຳຕ່ຳຫູກລາຍເມີ້ຍປະຍຸກ ບ້ານປາກຊຸນ ໂດຍເປັນເປັນກຽດເຂົ້າຮ່ວມເປີດຂອງ ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງປາກກະດິງ ເລກທີ 196/ມປດ, ລົງວັນທີ 28 ເມສາ 2021 ວ່າດ້ວຍການອະນຸມັດ ມອບສິດນຳໃຊ້ຫ້ອງວາງສະແດງ ແລະ ຂາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ໃຫ້ກຸ່ມຫັດຖະກຳຕ່ຳຫູກລາຍເມີ້ຍປະຍຸກບ້ານປາກຊຸນ ເປັນຜູ້ນຳໃຊ້ ເຊິ່ງຫ້ອງວາງສະແດງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນນຳໃຊ້ຫົວຄິດປະດິດສ້າງ ປະສົມປະສານກັບພູມປັນຍາຂອງຊຸມຊົນທ້ອງຖິ່ນ ໃນການຜະລິດສິນຄ້າມີຄຸນນະພາບ ສາມາດຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ.
ນອກຈາກຜະລິດຕະພັນເຄື່ອງຫັດຖະກຳຕ່ຳຫູກແລ້ວ ຍັງມີຜະລິດຕະພັນຈັກສານດ້ວຍສີໄມ້ລາຍມືຂອງປະຊາຊົນບ້ານປາກຊຸນຕື່ມອີກ.








Users Today : 1609
Users Yesterday : 1668
This Month : 24838
This Year : 185035
Total Users : 944487
Who's Online : 22