
ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ເປີດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກອງທຶນສິນເຊື່ອບ້ານ ຂອງແຜນງານລາວ /030 ໃນຫົວຂໍ້ ” ຄວາມຮູ້ພື້ນຖານທາງດ້ານການເງິນ, ການຂຽນແຜນທຸລະກິດຂະໜາດຄອບຄົວ, ທົບທວນຄືນການບັນທຶກບັນຊີ ແລະ ການນຳໃຊ້ຄອມພິວເຕີຂັ້ນພື້ນຖານ ” ໂດຍການເປັນປະທານຂອງທ່ານ ນາງ ສຸຜາລີ ແສງສົມພູ ປະທານສະຫະພັນແມ່ຍິງເມືອງ, ມີຄູຝຶກມາຈາກແຂວງ, 14 ບ້ານເປົ້າໝາຍ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ສຸຜາລີ ແສງສົມພູ ປະທານສະຫະພັນແມ່ຍິງເມືອງ ກ່າວຊີ້ນຳວ່າ: ໃຫ້ນັກສໍາມະນາກອນແຕ່ລະບ້ານ ມີຄວາມຕັ້ງໃຈໃນການຮຽນ ແລະ ຍາດແຍ່ງເອົາຄວາມຮູ້ໃຫ້ຫຼາຍທີ່ສຸດ ເພື່ອມາພັດທະນາບ້ານຕົນເອງ ໃນການວາງແຜນ ແລະ ການນໍາໃຊ້ລະບົບຄອມພິວເຕີໃຫ້ມີຄວາມທັນສະໄໝເທື່ອລະກ້າວ.
ບົດຮຽນທີ່ນໍາມາຝຶກໃນຄັ້ງນີ້ ມີຄວາມຮູ້ພື້ນຖານດ້ານການເງິນ, ວາງແຜນທຸລະກິດຂະໜາດນ້ອຍ, ທົບທວນການລົງບັນຊີ, ຄອມພິວເຕີ ແລະ ຫຼັກການໃຊ້ງານ, ອົງປະກອບ ແລະ ອຸປະກອນຕ່າງໆ, ການຈັດເກັບຂໍ້ມູນ, ການເຊື່ອມປິ່ນເຕີ, ການນໍາໃຊ້ ໄມໂຄຊອບເວີດ, ເອັກເຊວ ແລະ ການເຊື່ອມຕໍ່ອິນເຕີເນັດ.

ພ້ອມນັ້ນ ກໍ່ໄດ້ມອບຄອມພິວເຕີຈໍານວນ 14 ຊຸດໃຫ້ແກ່ 14 ບ້ານເປົ້າໝາຍ ກ່າວມອບໂດຍ ທ່ານ ນາງ ສຸຜາລີ ແສງສົມພູ ປະທານສະຫະພັນແມ່ຍິງເມືອງ, ຊຸດຝຶກອົບຮົມໃນຄັ້ງນີ້ ຈະໃຊ້ເວລາ 5 ວັນ ຈິ່ງສໍາເລັດ.








Users Today : 1018
Users Yesterday : 723
This Month : 47160
This Year : 146585
Total Users : 906037
Who's Online : 8