
ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ແລະ ສາມາດລຶບລ້າງຄວາມທຸກຍາກໄດ້ ພໍ່ແມ່ປະຊາຊົນ ບ້ານໃຫຍ່ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ຍຶດຖືອາຊີບປູກຝັງ ແລະ ລ້ຽງສັດ ເປັນທ່າແຮງໃນການພັດທະນາ, ທ່ານ ຫວັງເນັ່ງ ກາງເສົາຫວ່າງ ເລຂາຄະນະພັກຮາກຖານບ້ານໃຫຍ່ທົ່ງແສນ ໄດ້ໃຫ້ສຳພາດ ໃນວັນທີ 29 ກັນຍາ 2020 ຕໍ່ສື່ມວນຊົນ.

ບ້ານໃຫຍ່ທົ່ງແສນ ຫ່າງຈາກເທດສະບານເມືອງ 20 ກິໂລແມັດ, ປະກອບມີ 632 ຄອບຄົວ, ພົນລະເມືອງທັງໝົດ 4.166 ຄົນ, ຍິງ 2.132ຄົນ ສ່ວນໃຫຍ່ແມ່ນຖືເອົາອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນສຳຮອງ. ບ້ານໃຫຍ່ທົ່ງແສນ ມີເນື້ອທີ່ນາທັງໝົດ 249,9 ກ່ວາເຮັກຕ່າ, ສະມັດທະພາບເຂົ້ານາປີ ສະເລ່ຍ 3,2ໂຕ່ນ/ເຮັກຕ່າ, ສະເລ່ຍໃສ່ຫົວຄົນໄດ້ 320 ກິໂລ/ຄົນ/ປີ, ພ້ອມດຽວກັນ ພໍ່ແມ່ປະຊາຊົນພາຍໃນບ້ານ ຍັງໄດ້ນຳໃຊ້ ເນື້ອທີ່ 600 ກ່ວາເຮັກຕ່າ ປູກພືດເປັນສິນຄ້າ ສ້າງລາຍຮັບອີກທາງໜຶ່ງໃຫ້ແກ່ຄອບຄົວ ພືດທີ່ປູກຫຼາຍກ່ວາໜູ່ແມ່ນມັນຕົ້ນ ແລະ ພືດລົ້ມລຸກ.

ການລ້ຽງສັດກໍ່ຍັງແມ່ນອີກທ່າແຮງໜຶ່ງ ຂອງບ້ານໃຫຍ່ທົ່ງແສນ ທີ່ໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງ ເປັນຕົ້ນແມ່ນການລ້ຽງສັດໃຫຍ່, ສັດປີກ ແລະ ສັດນ້ຳ ເຊິ່ງທົ່ວບ້ານມີຄວາຍ ທັງໝົດ 123 ໂຕ, ງົວ 1.280 ກ່ວາໂຕ, ໝູ 314 ໂຕ, ມີໜອງປາ 35 ໜອງ, ປ່ອຍປາແລ້ວ 73.000 ໂຕ ແລະ ສັດປີກ 6.729 ກ່ວາໂຕ ສະເລ່ຍລາຍຮັບ 9.350.000ກີບ/ຄົນ/ປີ. ຜ່ານການພັດທະນາໃນຫຼາຍດ້ານ ບ້ານໃຫຍ່ທົ່ງແສນ ສາມາດຖືກຮັບຮອງເປັນບ້ານວັດທະນະທຳ, ບ້ານພົ້ນທຸກ, ບ້ານປອດຄະດີ ແລະ ບ້ານພັດທະນາແລ້ວ.

ນັກຂ່າວຄຳເກີດ








Users Today : 1559
Users Yesterday : 3846
This Month : 53130
This Year : 409043
Total Users : 1168495
Who's Online : 29