
ໃນວັນທີ 7 ທັນວາ 2020 ທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ ພ້ອມດ້ວຍຄະນະ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ລົງເຄື່ອນໄຫວຕິດຕາມເບິ່ງການປູກຕົ້ນໝາກທຸລຽນຢູ່ບ້ານຫາງຊີງສະຫວ່າງ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນເນື້້ອທີ່ 105 ເຮັກຕາ ເຊິ່ງເປັນການລົງທຶນຂອງນັກທຸລະກິດສ່ວນບຸກຄົນ ທີ່ມາລົງທຶນສໍາປະທານເນື້ອທີ່ປູກຝັງທາງດ້ານກະສິກຳຢູ່ເມືອງປາກຊັນ.

ສຳລັບການປູກຕົ້ນໝາກທຸລຽນແມ່ນໄດ້ເລີ່ມແຕ່ ປີ 2019 ເປັນການທົດລອງຂັ້ນເບື້ອງຕົ້ນ ເຊັ່ນ : ການບຸກເບີກເນື້ອທີ່ປູກ, ການຂຸດຂຸມປູກ, ການລົງເບ້ຍ ແລະ ການບົວລະບັດຮັກສາອື່ນໆ ແຕ່ການທົດລອງປູກເບື້ອງຕົ້ນນັ້ນ ແມ່ນໄດ້ຮັບຜົນກະທົບ ແລະ ຄວາມເສຍຫາຍ ຈາກໄພທຳມະຊາດເຊັ່ນ : ສະພາບດິນຟ້າອາກາດ, ສັດຕູພືດທໍາລາຍ ແລະ ການບົວລະບັດຮັກສາບໍ່ທົ່ວເຖິງ ຈຶ່ງເຮັດໃຫ້ເບ້ຍຂອງຕົ້ນໝາກທຸລຽນທີ່ປູກນັ້ນຕາຍເສຍຫາຍເປັນຈຳນວນຫຼາຍດ້ວຍສາເຫດດັ່ງກ່າວນັ້ນ, ຜູ້ລົງທຶນ ຈຶ່ງໄດ້ຕັດສິນໃຈໄປສຶກສາດ້ານເຕັກນິກ, ວິຊາການ, ແລະ ແລກປ່ຽນບົດຮຽນ ຈາກປະເທດໃກ້ຄຽງ, ສ່ວນເບ້ຍພັນຂອງໝາກທຸລຽນແມ່ນເປັນພັນ (ຊັນກິ່ງ) ນຳເຂົ້້າມາຈາກປະເທດມາເລເຊຍ ແລະ ພັນໝອນທອງຈໍານວນໜຶ່ງ.

ມາຮອດຕົ້ນປີ 2020 ສວນໝາກທຸລຽນ ແມ່ນພວມເລີ່ມລົງມືປູກທົດແທນຄືນ ໃນເນື້ອທີ່ 105 ເຮັກຕາ ປະຈຸບັນແມ່ນປູກໄດ້ 35 ເຮັກຕາແລ້ວ ແລະ ຈະປູກໃຫ້ໄດ້ຕາມເນື້ອທີ່ແຜນການ ແລະ ພ້ອມທັງ ຢູ່ໃນຂັ້ນຕອນການບຳລຸງບົວລະບັດຮັກສາ, ໃສ່ຝຸ່ນ, ຫົດນໍ້າ ເພື່ອເຮັດໃຫ້ຕົ້້ນໝາກທຸລຽນເຕີບໃຫຍ່ຂະຫຍາຍຕົວຂຶ້ນ ແລະ ຄາດວ່າ 5-7ປີ ຂ້າງໜ້າຈະໄດ້ຮັບຜົນລະປູກ ເພື່ອສົ່ງອອກເປັນສິນຄ້າ ແລະ ຈຳໜ່າຍຕາມທ້ອງຕະຫຼາດພາຍໃນ.











Users Today : 2112
Users Yesterday : 3846
This Month : 53683
This Year : 409596
Total Users : 1169048
Who's Online : 20