
ໃນວັນທີ 31 ມີນາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ເປັນກຽດຕ້ອນຮັບທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍ ໃນການມາຢ້ຽມຢາມຄັ້ງນີ້ ແລະ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການພັດທະນາເສດທະກິດ-ສັງຄົມຂອງແຂວງ ເປັນຕົ້ນແມ່ນດ້ານເສດຖະກິດ ແມ່ນມີການຂະຫຍາຍຕົວໃນລະດັບ 6,5%, ລາຍຮັບສະເລ່ຍຕໍ່ຫົວຄົນ 2.060 ໂດລາຕໍ່ຄົນ/ປີ, ສຳລັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ V ຂອງແຂວງ, ແຕ່ປີ 2021-2025 ຈະສູ້ຊົນເຮັດໃຫ້ເສດຖະກິດ ຂະຫຍາຍຕົວໃນລະດັບ 5% ຂຶ້ນໄປ ແລະ ສະເລ່ຍລວມຍອດຜະລິດຕະພັນ GDP ໃສ່ພົນລະເມືອງຄາດວ່າຈະບັນລຸ 2.735 ໂດລາ/ຄົນ ໂດຍໃຫ້ໄປຕາມຍຸດທະສາດທີ່ວາງໄວ້ ຄື: ສ້າງແຂວງບໍລິຄຳໄຊໃຫ້ເປັນປະຕູເສດຖະກິດ ແຫຼ່ງຜະລິດພະລັງງານ ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ.








Users Today : 1329
Users Yesterday : 3846
This Month : 52900
This Year : 408813
Total Users : 1168265
Who's Online : 23