
ໃນວັນທີ 15 ພະຈິກ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ປີເຕີ່ ໄຮແມນ ຫົວໜ້າໂຄງການລຸກຊໍາບວກ 027 ເນື່ອງໃນໂອກາດທີ່ທ່ານສໍາເລັດການປະຕິບັດວຽກງານ.

ໃນໂອກາດດັ່ງກ່າວ ທ່ານເຈົ້າແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງທ່ານຫົວໜ້າໂຄງການລຸກຊໍາບວກ 027 ທີ່ໄດ້ປະກອບສ່ວນ ເຂົ້າໃນການພັດທະນາແຂວງບໍລິຄຳໄຊ ກໍ່ຄື ສປປ ລາວ ໂດຍສະເພາະ ວຽກງານສາທາລະນະສຸກ ແມ່ນໄດ້ຮັບການພັດທະນາ ຢ່າງເປັນລໍາດັບ ເຊັ່ນ: ສຸກສາລາ, ໂຮງໝໍເມືອງ ແລະ ໂຮງໝໍແຂວງ ໄດ້ຮັບການປັງປຸງທາງດ້ານໂຄງສ້າງ, ວິຊາການ – ຊ່ຽວຊານ ແລະ ເຄື່ອງມືທີ່ທັນສະໄໝຂຶ້ນ.

ເພື່ອເປັນການສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານດັ່ງກ່າວ ແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍໃຫ້ ທ່ານ ປີເຕີ່ ໄຮແມນ, ໃຫ້ກຽດມອບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ.







Users Today : 1818
Users Yesterday : 3846
This Month : 53389
This Year : 409302
Total Users : 1168754
Who's Online : 17