
ໃນຕອນເຊົ້າຂອງວັນທີ 26 ຕຸລາ 2020 ທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ ພ້ອມດ້ວຍວິຊາການຂະແໜງການກ່ຽວຂ້ອງຂອງເມືອງ ໄດ້ລົງຕິດຕາມກວດກາ ເບິ່ງການກໍ່ສ້າງທາງຊອຍ ປູດ້ວຍເບຕົງເສີມເຫຼັກ ຢູູ່ບ້ານທ່າບໍ່ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງໄດ້ຮັບທຶນການຊ່ວຍເຫຼືອລ້າ ຈາກໂຄງການພັດທະນາບ້ານໃໝ່ ແຊມາອຶລ ອູດົງ ຈາກ ສາທາລະນະລັດ ເກົາຫຼີ ໃນມູນຄ່າທັງໝົດ 6.000 ໂດລາສະຫະລັດ.

ການກໍ່ສ້າງເສັ້ນທາງຊອຍດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນເລີ່ມຕົ້ນ ແລະ ລົງມືການກໍ່ສ້າງແລ້ວ ແຕ່ວັນທີ 21 ຕຸລາ 2020 ເຊິ່ງທາງຊອຍນີ້ ມີຄວາມຍາວ 250 ແມັດ, ກ້ວາງ 3,5 ແມັດ ແລະ ມີຄວາມໜາ 35 ຊັງຕີແມັດ, ສ່ວນການກໍ່ສ້າງທາງຄາດວ່າຈະໃຫ້ສຳເລັດ ຮ້ອຍສ່ວນຮ້ອຍ ໃນທ້າຍເດືອນຕຸລານີ້.











Users Today : 1344
Users Yesterday : 3846
This Month : 52915
This Year : 408828
Total Users : 1168280
Who's Online : 22