
ໃນຕອນແລງຂອງວັນທີ 11 ມັງກອນ 2022 ຢູ່ທີ່ເຮືອນພັກຂອງທ່ານ ເນັ່ງ ນູ້ລໍ່ວ່າງ ບ້ານນຳ້ຢ້າງ ເມືອງ ວຽງທອງ ແຂວງບໍລິຄຳໄຊ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານພັກ ແຂວງ ບໍລິຄຳໄຊ ຜູ້ຊີ້ນຳວຽກງານການເມືອງແນວຄິດ ພ້ອມຄະນະ ຕາງໜ້າໃຫ້ຄະນະພັກ ຄະນະປົກຄອງແຂວງ ໄດ້ນຳເອົາກະຕ່າຂອງຂັວນ ເຂົ້າອວຍພອນ ທ່ານ ເນັ່ງ ນູລໍວ່າງ ອາດີດກຳມະການພັກແຂວງ, ອາດີດເລຂາພັກເມືອງ ເຈົ້າເມືອງວຽງທອງ ເນື່ອງໃນໂອກາດວັນບຸນປີໃໝ່ຊົນເຜົ່າມົ້ງ (ນໍເປເຈົ່າ).
ການເຂົ້າອວຍພອນອາດີດການນຳເມືອງວຽງທອງໃນຄັ້ງນີ້ ນອກຈາກການອວຍພອນປີໃໝ່ຂອງຊົນເຜົ່າມົ້ງແລ້ວ ຍັງໄດ້ນຳເອົາຄວາມອົບອູ່ນຈາກຄະນະພັກຄະນະປົກຄອງແຂວງ ເປັນການຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ ຫຼັງໄດ້ຮັບອູດໜູນບຳນານຂອງທ່ານ ເນັ່ງ ນູລໍວ່າງ ອາດີດການນຳຂອງເມືອງ ວຽງທອງ ເຊີ່ງຕະຫຼອດໄລຍະຜ່ານມາ ທ່ານ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະແມ່ນຢູ່ເມືອງວຽງທອງ ມີຜົນສຳເລັດໃນຫຼາຍດ້ານ.









Users Today : 1998
Users Yesterday : 3846
This Month : 53569
This Year : 409482
Total Users : 1168934
Who's Online : 24