ໃນວັນທີ 2 ກັນຍາ 2022 ຢູ່ທີ່ຫ້ອງຮັບຮອງຂອງແຂວງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄຳໄຊ, ພ້ອມດ້ວຍຄະນະປະທານສະຫະພັນແມ່ຍິງແຂວງ ໄດ້ຕ້ອນຮັບການມາຢ້ຽມຢາມເຮັດວຽກຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວພ້ອມຄະນະ.

ຈຸດປະສົງໃນການລົງມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າການກໍ່ສ້າງ – ປັບປຸງສູນໃຫ້ຄຳປຶກສາ ແລະ ຝຶກວິຊາຊີບແກ່ແມ່ຍິງ ຂອງສະຫະພັນແມ່ຍິງ ແຂວງ ບໍລິຄຳໄຊ ເຊິ່ງເປັນໂຄງການສະໜັບສະໜູນຈາກອົງການ UNFPA.









Users Today : 1820
Users Yesterday : 3846
This Month : 53391
This Year : 409304
Total Users : 1168756
Who's Online : 19