
ໂດຍປະຕິບັດຕາມແຈ້ງການແນະນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 0351/ຮສສ, ລົງວັນທີ 6 ກຸມພາ 2020, ວ່າດ້ວຍການຄຸ້ມຄອງການມອບໂອນ ນາຍ ແລະ ພົນທະຫານ-ຕຳຫຼວດ ທີ່ໄດ້ຮັບນະໂຍບາຍ ອຸດໜູນບຳນານ ແລະ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ.
ໃນຕອນເຊົ້າວັນທີ 17 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ໄດ້ຈັດພິທີມອບໂອນການຄຸ້ມຄອງນະໂຍບາຍນາຍ ແລະ ພົນທະຫານ 29 ທ່ານ, ຍິງ 4 ທ່ານ, ນາຍ ແລະ ພົນຕຳຫລວດ 2 ທ່ານ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ທີ່ໄດ້ຮັບອຸດຫນູນບຳນານ ແລະ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ ກັບຄືນສູ່ກົມກອງຂອງຕົນ.

ກ່າວມອບໂດຍທ່ານ ພີມມະນີ ແສງດາລາ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງປາກກະດິງ, ກ່າວຮັບໂດຍທ່ານ ບຸນຍັງ ມູນມະນີ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ແລະ ທ່ານ ພທ ສົມບູນ ພີມມະສານ ຫົວໜ້າກອງບັນຊາການ ປກສ ເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ, ມີຕາງຫນ້າບາງຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.









Users Today : 1283
Users Yesterday : 3846
This Month : 52854
This Year : 408767
Total Users : 1168219
Who's Online : 22