
ໃນວັນທີ 9 ທັນວາ 2021 ອົງການກາແດງ ແຂວງບໍລິຄຳໄຊ ໄດ້ນຳເອົາເຄື່ອງນຸ່ງຫົ່ມມາມອບໃຫ້ຄອບຄົວທຸກຍາກ ຢູ່ ບ້ານ ໄຊບົວທອງ ເມືອງ ວຽງທອງ ຈຳນວນ 42 ຄອບຄົວ.
ເຄື່ອງທີ່ນຳມາມອບ ມີ: ເຄື່ອງນຸ່ງຫົ່ມ ຈຳນວນ 2.276 ຜືນ ແລະ ເກີບ 50 ຄູ່ ລວມມູນຄ່າທັງໝົດ 80.181,000 ກີບ ເປັນກຽດມອບ ໂດຍທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າຫ້ອງການກາແດງແຂວງ ຕາງໜ້າອົງການກາແດງປະຈຳແຂວງ ກ່າວຮັບແມ່ນອຳນາດການປົກຄອງບ້ານ ເພື່ອຈະນຳໄປແຈກຢາຍໃຫ້ຄອບຄົວທຸກຍາກພາຍໃນບ້ານ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບຄັ້ງນີ້ແມ່ນອົງການກາແດງແຂວງບໍລິຄຳໄຊ ໄດ້ລະດົມມາຈາກ ບໍລິສັດ, ຫ້າງຮ້ານ ແລະ ບຸກຄົນຈາກພາຍໃນ ແລະ ຕ່າງປະເທດ .










Users Today : 453
Users Yesterday : 1356
This Month : 34340
This Year : 390253
Total Users : 1149705
Who's Online : 6