
ໃນຕອນເຊົ້າ ວັນທີ 3 ມິຖຸນາ ນີ້ ຢູ່ທີ່ ບ້ານ ທ່າບົກ ເມືອງ ທ່າພະບາດ ອົງການກາແດງ ແຂວງ ບໍລິຄໍາໄຊ ໄດ້ລົງມອບເຄື່ອງຄົວເຮືອນ ທີ່ຈຳເປັນ ໃຫ້ຄອບຄົວນາງ ຈັບ ອັກຄະວົງ ຢູ່ບ້ານ ທ່າບົກ ເມືອງ ທ່າພະບາດ ເປັນກຽດມອບໂດຍທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ມີບັນດາຫ້ອງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງຂອງບ້ານເຂົ້າຮ່ວມ ເນືອງຈາກໄຟໄໝ້ເຮືອນໃນວັນທີ 15 ພຶດສະພາ ທີ່ຜ່ານມາ ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ເຄື່ອງນຸ່ງຫົ່ມ 36 ຜືນ, ຜ້າຫົ່ມ 1 ຜືນ, ມຸ່ງ 1 ຜືນ, ສາດ 1 ຜືນ, ເຄື່ອງຄົວເຮືອນ 1 ຊຸດ ລວມມູນຄ່າ 1.201.600 ກີບ.









Users Today : 1376
Users Yesterday : 3846
This Month : 52947
This Year : 408860
Total Users : 1168312
Who's Online : 23