
ໃນວັນທີ່ 20 ກັນຍາ 2021 ຢູ່ຫ້ອງວ່າການເມືອງບໍລິຄັນ ແຂວງບໍລິຄຳໄຊ ອົງການກາແດງແຂວງ ໄດ້ນໍາເອົາເຄື່ອງນຸ່ງຫົ່ມຈໍານວນໜື່ງ ມາມອບໃຫ້ເມືອງບໍລິຄັນ ເພື່ອນໍາໄປມອບຕໍ່ໃຫ້ຄອບຄົວທຸກຍາກ ແລະ ຄອບຄົວອານາຖາຢູ່ພາຍໃນເມືອງ, ກ່າວມອບເຄື່ອງດັ່ງກ່າວໂດຍ ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ. ກ່າວຮັບໂດຍທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ພ້ອມດ້ວຍການນໍາຂອງເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ເຄ່ື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເຄື່ອງນຸ່ງຫົ່ມ 1,210 ຜືນ, ລວມມຸນຄ່າທັງໝົດ 30,250,000 ກີບ, ເຊີ່ງຢູ່ໃນ 21 ບ້ານ, 47 ຄອບຄົວ, ຈໍານວນພົນ 129 ຄົນ.
ງົບປະມານດັ່ງກ່າວ ແມ່ນອົງການກາແດງລາວ ສົມທົບກັບອົງການກາແດງແຂວງ ໄດ້ປຸກລະດົມຈາກບັນດາພາກສ່ວນຕ່າງໆຂັ້ນສູນກາງ, ຂັ້ນແຂວງເພື່ອນໍາໄປມອບໃຫ້ບັນດາເມືອງ, ເພື່ອນໍາໄປມອບຕໍ່ໃຫ້ຄອບຄົບທຸກຍາກ ແລະ ຄອບຄົວອານາຖາຢູ່ພາຍໃນບ້ານຂອງຕົນ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ທຸກຍາກລໍາບາກ ໄດ້ມີກໍາລັງແຮງໃຈໃນການດໍາລົງຊີວີດປະຈໍາວັນດີຂື້ນພ້ອມກັນສ້າງສາເສດຖະກິດຄອບຄົວຂອງຕົນ ໃຫ້ຮັ່ງມີເຂັ້ມແຂງຂື້ນເປັນກ້າວໆ.
ຈາກນັ້ນ ທີມງານອົງການກາແດງແຂວງບໍລິຄໍາໄຊ ຍັງໄດ້ນໍາເອົາເຄື່ອງລົງໄປມອບໃຫ້ຄອບຄົວອານາຖາ 2 ຄອບຄົວຢູ່ບ້ານ ຫາດດອນຄູນ ແລະ ບ້ານ ໂນນສົມບຸນ.









Users Today : 1329
Users Yesterday : 3846
This Month : 52900
This Year : 408813
Total Users : 1168265
Who's Online : 25